ໃນທັງຊີວິດຝ່າຍກາຍ ແລະ ຝ່າຍຈິດວິນຍານ ມີຄວາມຍາກລໍາບາກ ແລະ ອຸປະສັກຕ່າງໆສະເໝີ. ໃນອະດີດ, ເມື່ອຊາວອິດສະລາເອນປະເຊີນການທົດລອງອັນໃຫຍ່ໃນ ຖິ່ນແຫ້ງແລ້ງກັນດານທີ່ບໍ່ມີນໍ້າ ແລະ ອາຫານ ແລະ ດິນແດນການາອານທີ່ມີຄົນຮູບຮ່າງໃຫຍ່ສູງອາໄສຢູ່, ໂຢຊວຍ ແລະ ກາເຫຼັບ ໄດ້ວາງຄວາມຫວັງໄວ້ໃນພະເຈົ້າພຽງຜູ້ດຽວ. ເຊັ່ນດຽວກັບພວກເຂົາ, ພວກເຮົາກໍຈໍາເປັນມີຄວາມເຊື່ອ ທີ່ເບິ່ງເຫັນປະຕູແຫ່ງຄວາມຫວັງ ທີ່ພະເຈົ້າໄດ້ຊົງເປີດໄວ້ໃຫ້ພວກເຮົາ ໃນທ່າມກາງຄວາມຍາກລໍາບາກຢ່າງຍິ່ງ.
ເຊັ່ນດຽວກັບທີ່ຜ່ານການຄືນພະຊົນ ແລະ ການສະເດັດຂຶ້ນສູ່ສະຫວັນຂອງພະເຢຊູ, ພະເຈົ້າໄດ້ຊົງເປີດປະຕູແຫ່ງຄວາມຫວັງສູ່ອານາຈັກສະຫວັນແກ່ຜູ້ເຊື່ອຖືຂອງຄິດສະຕະຈັກຕອນຕົ້ນ ຜູ້ທີ່ສິ້ນຫວັງຍ້ອນການຖືກຄຶງທີ່ໄມ້ກາງແຂນຂອງພະເຢຊູ ແລະ ເຊັ່ນດຽວກັບທີ່ພະເຢຊູໄດ້ຊົງສະແດງໃຫ້ເປໂຕ ຜູ້ທີ່ ຈັບຫຍັງບໍ່ໄດ້ເລີຍຕະຫຼອດຄືນ ໄດ້ເຫັນການອັດສະຈັນທີ່ເກີດຂຶ້ນ ເມື່ອປະຕິບັດຕາມພະຄໍາຂອງພະອົງ, ໃນມື້ນີ້ກໍເຊັ່ນກັນ, ພະຄໍາຂອງພະຄິດ ພະອັນຊັງໂຮງທີ່ວ່າ “ຂ່າວປະເສີດຈະຖືກປະກາດໄປທົ່ວໂລກ” ຈະສໍາເລັດຢ່າງແນ່ນອນ.
“ຂ້າພະອົງຈະຍັງມີຊີວິດຢູ່ດົນປານໃດ? ໂຜດບອກສາວ່າ ຈະຈົບຊີວິດເມື່ອໃດແທ້?” ຄັນຊັ້ນຈະຫວັງຕໍ່ສິ່ງໃດ? ພະຜູ້ເປັນເຈົ້າຂ້າ ຂ້າພະອົງຂໍມອບຄວາມຫວັງໃຈໄວ້ກັບພະເຈົ້າ. [ເພງສັນລະເສີນ 39:4-7]
ແຕ່ຜູ້ໃດກໍຕາມທີ່ທົນໄດ້ຈົນເຖິງທີ່ສຸດ ຈະໄດ້ພົ້ນ. ຂ່າວປະເສີດເລື່ອງອານາຈັກສະຫວັນຈະມີການປະກາດໄປທຸກບ່ອນທົ່ວໂລກ ເພື່ອເປັນພິຍານຢືນຢັນໃຫ້ມະນຸດທຸກຊາດຮູ້; ແລ້ວອະວະສານກໍຈະມາເຖິງ. [ມັດທາຍ 24:13-14]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ