ໂຢຊວຍ ແລະ ກາເຫຼັບ ໄດ້ມີຄວາມເຊື່ອໝັ້ນຄົງໃນພະສັນຍາຂອງພະເຈົ້າ. ເຖິງແມ່ນວ່າ ມີຄົນຮູບຮ່າງໃຫຍ່ຢູ່ໃນການາອານທີ່ພະເຈົ້າໄດ້ຊົງສັນຍາໄວ້, ແຕ່ໂຢຊວຍ ແລະ ກາເຫຼັບ ໄດ້ເຊື່ອຢ່າງແທ້ຈິງວ່າ ພະເຈົ້າຈະປະທານດິນແດນນັ້ນແກ່ພວກເຂົາຢ່າງແນ່ນອນ. ເຊັ່ນດຽວກັນກັບກາເຫຼັບ ຜູ້ທີ່ບໍ່ໄດ້ລັງເລໃຈ ທີ່ຈະໄປຍຶດເອົາດິນແດນແຫ່ງພະສັນຍາ ເຖິງແມ່ນວ່າມີອາຍຸ 85 ປີແລ້ວ, ໃນສະໄໝນີ້, ພວກເຮົາກໍຄວນຫວັງໃນສະຫວັນ ດ້ວຍຄວາມເຊື່ອເໝືອນດັ່ງໂຢຊວຍ ແລະ ກາເຫຼັບເຊັ່ນກັນ.
ເຊັ່ນດຽວກັບທີ່ພະເຈົ້າໄດ້ຊົງຢູ່ກັບໂຢຊວຍ ແລະ ກາເຫຼັບ ຕະຫຼອດການເດີນທາງໄປສູ່ການາອານ, ໃນປະຈຸບັນນີ້, ພວກເຮົາກໍຮູ້ສຶກໄດ້ວ່າ ພະຄິດ ພະອັນຊັງໂຮງ ແລະ ພະເຈົ້າພະມານດາ ກໍາລັງເປີດທາງໃຫ້ຂ່າວປະເສີດຂອງຄິດສະຕະຈັກຂອງພະເຈົ້າ ເປີດເຜີຍໄປສູ່ທົ່ວໂລກຢ່າງໄວວາ.
“ເຮົາໄດ້ສັນຍາວ່າ ຈະໃຫ້ພວກເຈົ້າຢູ່ທີ່ນັ້ນ ແຕ່ໃນພວກເຈົ້າຈະບໍ່ມີໃຜໄດ້ຢູ່ ນອກຈາກກາເຫຼັບ ແລະ ໂຢຊວຍ”.
[ຈົດເຊັນບັນຊີ 14:30]
ຫຼັງຈາກໂມເຊ ຜູ້ຮັບໃຊ້ຂອງພະຜູ້ເປັນເຈົ້າໄດ້ຕາຍໄປແລ້ວ ພະຜູ້ເປັນເຈົ້າໄດ້ສັ່ງໂຢຊວຍ ລູກຊາຍຂອງນຸ່ນ ຜູ້ຊ່ວຍວຽກຂອງໂມເຊວ່າ ... ສະນັ້ນ ຈົ່ງມີໃຈເດັດດ່ຽວ ແລະ ກ້າຫານ ເພາະເຈົ້າຈະເປັນຜູ້ນໍາພາປະຊາຊົນເຫຼົ່ານີ້ ເຂົ້າໄປຍຶດຄອງດິນແດນເຊິ່ງເຮົາໄດ້ສັນຍາວ່າ ຈະມອບໃຫ້ແກ່ປູ່ຍ່າຕາຍາຍຂອງພວກເຂົາ. ... ເພາະເຮົາຄືພະຜູ້ເປັນເຈົ້າອົງເປັນພະເຈົ້າຂອງເຈົ້າ ຢູ່ກັບເຈົ້າໃນທຸກໆບ່ອນທີ່ເຈົ້າໄປ”.
[ໂຢຊວຍ 1:1-9]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ