ເຫດຜົນທີ່ມະນຸດຄວນຢໍາເກງພະເຈົ້າ ແລະ ດໍາລົງຊີວິດທີ່ຊອບທໍາຕາມຄໍາສອນຂອງພະເຈົ້າ ແມ່ນເພື່ອທີ່ຈະມີຄວາມສຸກຕະຫຼອດໄປໃນອານາຈັກສະຫວັນທີ່ນິລັນ ເຊິ່ງພະເຈົ້າໄດ້ຊົງສັນຍາໄວ້.
ນີ້ແມ່ນເຫດຜົນທີ່ອັກຄະທູດໂປນໄດ້ກ່າວວ່າ ລາວແລ່ນໄປຫາຫຼັກໄຊແຫ່ງຄວາມເຊື່ອ ຄືຄວາມພົ້ນຂອງຈິດວິນຍານ.
ເພື່ອນໍາພາພວກເຮົາໄປສູ່ຄວາມພົ້ນຂອງຈິດວິນຍານຂອງພວກເຮົາ ເຊິ່ງເປັນເປົ້າໝາຍແຫ່ຄວາມເຊື່ອຂອງພວກເຮົາ, ພະຄິດ ພະອັນຊັງໂຮງ ໄດ້ສະເດັດມາສູ່ໂລກນີ້ເປັນເທື່ອທີສອງໃນສະພາບເນື້ອໜັງ ແລະ ການຟື້ນຟູ ປັດສະຄາແຫ່ງຄໍາໝັ້ນສັນຍາໃໝ່ ເຊິ່ງໄດ້ຖືກຍົກເລີກໃນ ຄ.ສ 325. ຕາມຄໍາສອນທີ່ວ່າ ຖ້າບໍ່ມີປັດສະຄາ, ພະວິນຍານບໍລິສຸດຂອງພະເຈົ້າກໍບໍ່ສາມາດສະຖິດຢູ່ໃນຕົວພວກເຮົາໄດ້, ບັນດາສະມາຊິກໃນຄິດສະຕະຈັກຂອງພະເຈົ້າໃນທົ່ວໂລກ ຈຶ່ງປະຕິບັດຕາມປັດສະຄາຢ່າງສັກສິດ.
ຈຸດມຸ່ງໝາຍຂອງເຫດການເຫຼົ່ານີ້ ກໍເພື່ອພິສູດຄຸນຄ່າແຫ່ງຄວາມເຊື່ອຂອງພວກທ່ານ. ແມ່ນແຕ່ຄໍາເຊິ່ງຖືກທໍາລາຍໄດ້ກໍຍັງຖືກລອງເບິ່ງດ້ວຍໄຟ; ດັ່ງນັ້ນແຫຼະ ຄວາມເຊື່ອຂອງພວກທ່ານເຊິ່ງປະເສີດຫຼາຍກວ່າຄໍາ ຈຶ່ງຕ້ອງຖືກທົດລອງເບິ່ງຄືກັນວ່າ ຈະທົນຢູ່ໄດ້ສ່ຳໃດ. ແລ້ວພວກທ່ານກໍຈະໄດ້ຮັບຄໍາສັນລະເສີນ, ສະງ່າລາສີ, ແລະກຽດສັກສີໃນມື້ທີ່ພະເຢຊູຄິດມາປະກົດ. ... ເພາະພວກທ່ານໄດ້ຮັບຕາມຄວາມມຸ່ງໝາຍແຫ່ງຄວາມເຊື່ອຂອງພວກທ່ານໃນພະອົງຄື: ດວງວິນຍານຂອງພວກທ່ານຈະໄດ້ພົ້ນ. [1 ເປໂຕ 1:7-9]
ຄໍາພິຍານນັ້ນເປັນດັ່ງນີ້: ພະເຈົ້າໄດ້ໃຫ້ຊີວິດອັນຕະຫຼອດໄປເປັນນິດແກ່ພວກເຮົາ ແລະ ຊີວິດນີ້ມີບໍ່ເກີດຢູ່ໃນພະບຸດຂອງພະອົງ. [1 ໂຢຮັນ 5:11]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ