ດັ່ງທີ່ໂມງໄດ້ຖືກປະດິດສ້າງຂຶ້ນມາ ເພື່ອໃຫ້ພວກເຮົາເຫັນການຜ່ານໄປຂອງເວລາ ທີ່ເບິ່ງບໍ່ເຫັນ, ພວກເຮົາກໍສາມາດເຫັນການພິພາກສາທີ່ວ່າ ຈະໄປສະຫວັນ ຫຼື ໄປນະຮົກ ໃນໂລກຝ່າຍຈິດວິນຍານທີ່ເບິ່ງບໍ່ເຫັນ ຜ່ານທາງພະຄໍາພີ. ເນື່ອງຈາກພະເຢຊູ ຜູ້ທີ່ໄດ້ສະເດັດມາເປັນຄວາມສະຫວ່າງ ຊົງສະເດັດມາຕາມລະບຽບການຂອງເມນຄີເສເດັກ, ຜູ້ຕິດຕາມຂອງພະອົງ ຄືບັນດາສະມາຊິກໃນຄິດສະຕະຈັກຂອງພະເຈົ້າ ກໍປະຕິບັດຕາມປັດສະຄາແຫ່ງຄໍາໝັ້ນສັນຍາໃໝ່ ແລະ ເຮັດຕາມຄໍາສັ່ງສອນຂອງພະອົງ.
ສອງພັນປີກ່ອນ, ຜູ້ຄົນໄດ້ຖືກແບ່ງອອກເປັນສອງກຸ່ມຄື ກຸ່ມທີ່ເຊື່ອໃນພະເຢຊູ ຜູ້ທີ່ຊົງສະເດັດມາໃນສະພາບເນື້ອໜັງ ວ່າເປັນພະຜູ້ຊ່ວຍໃຫ້ພົ້ນຂອງພວກເຂົາ ແລະ ກຸ່ມທີ່ບໍ່ເຊື່ອ,
ແລະ ໃນສະໄໝພະວິນຍານບໍລິສຸດ, ກໍມີກຸ່ມທີ່ເຊື່ອໃນພະຄິດ ພະອັນຊັງໂຮງ ແລະ ພະເຈົ້າພະມານດາ ຜູ້ທີ່ໄດ້ຊົງສະເດັດມາເປັນພະວິນຍານ ແລະ ເຈົ້າສາວ ແລະ ກຸ່ມທີ່ບໍ່ເຊື່ອ.
ພະຄໍາພີກ່າວວ່າ ການພິພາກສາຂອງພະເຈົ້າໄດ້ຖືກກໍານົດໄວ້ແລ້ວ ໂດຍອີງໃສ່ຄວາມເຊື່ອນີ້.
ການຕັດສິນລົງໂທດເປັນດັ່ງນີ້: ຄວາມສະຫວ່າງໄດ້ເຂົ້າມາໃນໂລກ ແຕ່ມະນຸດໄດ້ຮັກຄວາມມືດຫຼາຍກວ່າຮັກຄວາມສະຫວ່າງ ເພາະການກະທໍາຂອງເຂົາຊົ່ວ. ທຸກຄົນທີ່ກະທໍາຊົ່ວກໍຊັງຄວາມສະຫວ່າງ ແລະ ຈະບໍ່ມາຫາຄວາມສະຫວ່າງ ເພາະຢ້ານວ່າ ການກະທໍາຂອງຕົນນັ້ນຈະຖືກເປີດເຜີຍ.
ແຕ່ພວກທີ່ກະທໍາຕາມຄວາມຈິງກໍມາຫາຄວາມສະຫວ່າງ ເພື່ອວ່າການກະທໍາຂອງຕົນໃນຄວາມເຊື່ອຟັງພະເຈົ້ານັ້ນ ຈະເປັນທີ່ເຫັນໄດ້ຢ່າງຈະແຈ້ງ.
[ໂຢຮັນ 3:19-21]
ຖ້ອຍຄໍາທີ່ພວກເຮົາໄດ້ຍິນຈາກພະອົງ ແລະ ປະກາດແກ່ພວກເຈົ້າກໍຄືວ່າ:
ພະອົງເປັນຄວາມສະຫວ່າງ; ຢູ່ໃນພະອົງບໍ່ມີຄວາມມືດຈັກດີ້.
[1 ໂຢຮັນ 1:5]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ