ກະສັດອາຊາ ແລະ ກະສັດເຢໂຮຊາຟັດ ໄດ້ປະຕິບັດຕາມລະບຽບການ ແລະ ພະບັນຍັດຂອງພະເຈົ້າຢ່າງສັດຊື່, ທໍາລາຍຮູບໂຄລົບທຸກຢ່າງ ແລະ ປົກຄອງປະຊາຊົນ ແລະ ອານາຈັກຂອງພວກເພິ່ນ ດ້ວຍຄວາມເຊື່ອໝັ້ນທີ່ບໍ່ຫວັ່ນໄຫວວ່າ ທຸກຢ່າງຈະເປັນໄປດ້ວຍດີ ຕາບໃດທີ່ພວກເພິ່ນມີພະເຈົ້າ. ດ້ວຍເຫດນີ້, ພະເຈົ້າຈຶ່ງຊົງປະທານຄວາມສະຫງົບສຸກໃຫ້ແກ່ປະເທດຊາດຂອງພວກເພິ່ນ ແລະ ໄດ້ປະທານພະພອນ ແລະ ສະຫງ່າລາສີທີ່ລົ້ນເຫຼືອໃຫ້ແກ່ພວກເພິ່ນ.
ໂດຍຜ່ານປະຫວັດສາດທີ່ໄດ້ບັນທຶກໄວ້ໃນພະຄໍາພີ, ພະເຈົ້າໄດ້ຊົງສະແດງໃຫ້ມະນຸດເຫັນວິທີໃນການໄດ້ຮັບພະພອນຂອງພະອົງ. ພວກເຮົາຕ້ອງບໍ່ເຮັດບາບດ້ວຍການຫັນໄປຂໍຄວາມຊ່ວຍເຫຼືອຈາກປະເທດທີ່ມີອໍານາດ ໃນຂະນະທີ່ບໍ່ສະແຫວງຫາພະເຈົ້າ ດັ່ງທີ່ກະສັດອາຊາໄດ້ເຮັດໃນບັ້ນປາຍຊີວິດຂອງເພິ່ນ. ທັງບໍ່ຄວນຮ່ວມມືກັບຜູ້ທີ່ເຮັດຄວາມຊົ່ວ ຫຼື ດໍາເນີນການໃດໆຮ່ວມກັບພວກເຂົາ ດັ່ງທີ່ເຢໂຮຊາຟັດໄດ້ເຮັດ. ເພາະວ່າເມື່ອໃດທີ່ພວກເຮົາລືມພະເຈົ້າ ແລະ ໄວ້ວາງໃຈໃນຜູ້ຄົນ ແລະ ສະພາບການທີ່ຢູ່ອ້ອມຮອບພວກເຮົາ, ພະອົງກໍຈະຊົງຖອນພະພອນຂອງພະອົງໄປຈາກພວກເຮົາ.
ພວກເຂົາໄດ້ມາປະຊຸມກັນຢູ່ທີ່ກຸງເຢລູຊາເລັມໃນເດືອນທີສາມ ຂອງລາຊາການປີທີ 15 ຂອງອາຊາທີ່ເປັນກະສັດ. ໃນມື້ນັ້ນ ພວກເຂົາໄດ້ຖວາຍບູຊາເຄື່ອງທີ່ຍຶດມາໄດ້ແກ່ພະຜູ້ເປັນເຈົ້າ ມີດັ່ງນີ້: ງົວ 700 ໂຕ ແລະ ແກະ 7,000 ໂຕ. ພວກເຂົາໄດ້ຕັ້ງຄໍາໝັ້ນສັນຍາວ່າ ພວກເຂົາຈະນະມັດສະການພະຜູ້ເປັນເຈົ້າ ພະເຈົ້າຂອງບັນພະບຸລຸດຂອງພວກເຂົາດ້ວຍສຸດຈິດດ້ວຍສຸດໃຈ... ປະຊາຊົນຢູດາທັງໝົດຈຶ່ງມີຄວາມຍິນດີຫຼາຍ ເພາະພວກເຂົາໄດ້ເຮັດຄໍາໝັ້ນສັນຍານີ້ດ້ວຍສຸດຈິດສຸດໃຈ. ພວກເຂົານະມັດສະການພະຜູ້ເປັນເຈົ້າ ດ້ວຍຄວາມຊົມຊື່ນຍິນດີ ແລະ ພະອົງໄດ້ຮັບເອົາພວກເຂົາໄວ້ແລ້ວ ກໍໃຫ້ພວກເຂົາມີຄວາມສະຫງົບສຸກຮອບດ້ານ. [2 ຂ່າວຄາວ 15:10-15]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ