ເມື່ອຊາວອິດສະລາເອນຖືກປົດອອກຈາກການເປັນທາດໃນເອຢິບ, ເມື່ອເຂົ້າໄປໃນການາອານ ດິນແດນແຫ່ງພະສັນຍາ, ເມື່ອກະສັດໂຢຊີຢາ ແລະ ກະສັດເຮເສກີຢາ ຜູ້ທີ່ຂາບໄຫວ້ຮູບໂຄລົບໄດ້ກັບຄືນມາຫາ ພະເຈົ້າ ແລະ ແມ່ນແຕ່ເມື່ອຊາວອິດສະລາເອນຖືກປົດປ່ອຍຈາກການເປັນຊະເລີຍນັ້ນ ປັດສະຄາກໍເປັນສູນກາງ.
ເຊັ່ນດຽວກັນກັບສະໄໝນັ້ນ, ວຽກງານແຫ່ງຄວາມພົ້ນຂອງພະເຈົ້າກໍໄດ້ເປີດເຜີຍຜ່ານປັດສະຄາໃນປະຈຸບັນນີ້.
ເມື່ອສອງພັນປີກ່ອນ, ປັດສະຄາແຫ່ງຄໍາໝັ້ນສັນຍາໃໝ່ ທີ່ພະເຢຊູຊົງປາຖະໜາຢ່າງແຮງກ້າ ທີ່ຈະປະຕິບັດຕາມກັບບັນດາສາວົກຂອງພະອົງນັ້ນ ໄດ້ຖືກຍົກເລີກໃນ ຄ.ສ 325 ເນື່ອງຈາກການສົມຮູ້ຮ່ວມຄິດລະຫວ່າງສາສະໜາ ແລະ ການເມືອງ ແລ້ວໄດ້ສູນຫາຍໄປໃນຄວາມມືດ; ຢ່າງໃດກໍຕາມ, ດັ່ງທີ່ໄດ້ທໍານວາຍໄວ້, ພະຄິດ ພະອັນຊັງໂຮງ ໄດ້ຊົງສະເດັດມາ ແລະ ເລີ່ມຕົ້ນວຽກງານແຫ່ງ ຄວາມພົ້ນ ໂດຍຜ່ານເທດສະການປັດສະຄາ.
ພະອົງກ່າວແກ່ພວກເຂົາວ່າ “ດົນນານແລ້ວທີ່ເຮົາປາດຖະໜາຢ່າງແຮງກ້າ ທີ່ຈະກິນອາຫານປັດສະຄານີ້ກັບພວກທ່ານກ່ອນເຮົາຈະທົນທຸກທໍລະມານ!
[ລູກາ 22:15]
ໃນມື້ທີໜຶ່ງຂອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ພວກສາວົກໄດ້ມາຫາພະເຢຊູ ແລະ ຖາມພະອົງວ່າ “ທ່ານຢາກໃຫ້ພວກຜູ້ຂ້າຈັດແຈງອາຫານປັດສະຄາສໍາລັບທ່ານຢູ່ທີ່ໃດ?”
“ຈົ່ງເຂົ້າໄປຫາຄົນໜຶ່ງຢູ່ໃນກຸງ” ພະອົງຕອບເຂົາ “ແລະບອກລາວວ່າ ‘ອາຈານບອກວ່າ: ເວລາຂອງເຮົາໃກ້ເຂົ້າມາແລ້ວ; ພວກສາວົກຂອງເຮົາກັບເຮົາຈະສະຫຼອງປັດສະຄາທີ່ບ້ານຂອງເຈົ້າ.’”
[ມັດທາຍ 26:17-18]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ