ເມື່ອພວກເຮົາເບິ່ງຄວາມສະຫວ່າງ, ເງົາຈະປາກົດຢູ່ທາງດ້ານຫຼັງຂອງພວກເຮົາ,
ແຕ່ເມື່ອພວກເຮົາຫັນຫຼັງໃສ່ຄວາມສະຫວ່າງ, ເງົາຈະກີດຂວາງທາງຂອງພວກເຮົາ.
ໃນທໍານອງດຽວກັນ, ເມື່ອມະນຸດມຸ່ງໄປຫາພະເຈົ້າ ຜູ້ຊົງເປັນຄວາມສະຫວ່າງ, ຄວາມມືດກໍບໍ່ສາມາດກີດຂວາງພວກເຂົາໄດ້.
ເໝືອນດັ່ງເຢເລມີຢາ ໃນສະໄໝພະບິດາ ແລະ ບັນດາສາວົກ ໃນສະໄໝພະບຸດ, ເມື່ອພວກເຮົາສົ່ງຕໍ່ຄວາມສະຫວ່າງແຫ່ງສະຫງ່າລາສີຂອງພະເຈົ້າ, ພວກເຮົາອາດຈະ
ພົບກັບການຂົ່ມເຫັງ ແລະ ອຸປະສັກທີ່ຢູ່ອ້ອມຂ້າງພວກເຮົາ. ເຖິງຢ່າງໃດກໍຕາມ,
ໃນທີ່ສຸດ, ພວກເຮົາຈະໄດ້ຮັບພະພອນຢ່າງຫຼວງຫຼາຍ.
ເອຊາຢາ, ເຢເລມີຢາ ແລະ ເອເສກຽນ ໄດ້ສົ່ງຕໍ່ຄວາມສະຫວ່າງຂອງພະເຈົ້າ ພະເຢໂຮວາ
ໃນສະໄໝພະບິດາ ແລະ ອັກຄະທູດໂປໂລ, ເປໂຕ ແລະ ໂຢຮັນ ໄດ້ສົ່ງຕໍ່ຄວາມສະຫວ່າງ ແຫ່ງສະຫງ່າລາສີຂອງພະເຢຊູ ໃນສະໄໝພະບຸດ. ເຊັ່ນດຽວກັນ, ໃນສະໄໝພະວິນຍານບໍລິສຸດ, ບັນດາສະມາຊິກໃນຄິດສະຕະຈັກຂອງພະເຈົ້າໃນ 175 ປະເທດທົ່ວໂລກ ໄດ້ສົ່ງຕໍ່ຄວາມສະຫວ່າງ ແຫ່ງສະຫງ່າລາສີຂອງພະຄິດ ພະອັນຊັງໂຮງ ແລະ ພະມານດາແຫ່ງສະຫວັນ ເຢລູຊາເລັມ ຜູ້ທີ່ໄດ້ຊົງສະເດັດມາເປັນພະຜູ້ຊ່ວຍໃຫ້ພົ້ນ.
ເຢລູຊາເລັມ! ຈົ່ງລຸກຂຶ້ນສ່ອງແຈ້ງດັ່ງຕາເວັນ ພະຜູ້ເປັນເຈົ້າຈະໃຫ້ສະຫງ່າລາສີສ່ອງໃສ່ເຈົ້າ! ສ່ວນຊົນຊາດອື່ນໆນັ້ນມືດຈະປົກຄຸມພວກເຂົາ (ເພາະວ່າ ເບິ່ງເຖີດຄວາມມືດຈະປົກຄຸມ
ແຜ່ນດິນໂລກ ແລະ ຄວາມມືດທຶບຈະປົກຄຸມຊົນຊາດທັງຫຼາຍ, TH1971) ແຕ່ສໍາລັບເຈົ້າເອງ ແສງແຈ້ງຈະສ່ອງໃສ່ເຈົ້າ; ເປັນແສງແຈ້ງທີ່ມາຈາກພະຜູ້ເປັນເຈົ້າເນີ ຄືພະອົງຈະມາຢູ່ນໍາ
ດ້ວຍສະຫງ່າລາສີນັ້ນ. ແສງແຈ້ງຂອງເຈົ້າຈະນໍາບັນດາຊົນຊາດເຂົ້າມາ ກະສັດຈະເຂົ້າສູ່ແສງແຈ້ງ
ໃນມື້ໃໝ່ຂອງເຈົ້າ.
[ເອຊາຢາ 60:1-3]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ