ອັບລາຮາມໄດ້ໃຫ້ໜຶ່ງສ່ວນສິບແກ່ເມນຄີເສເດັກ ຜູ້ທີ່ອວຍພອນເພິ່ນດ້ວຍເຂົ້າຈີ່ ແລະ ເຫຼົ້າອະງຸ່ນ ແລະ ດາວິດໄດ້ທໍານວາຍວ່າ “ປະໂລຫິດຕະຫຼອດໄປ ທີ່ຕິດຕາມຕາມລະບຽບການຂອງເມນຄີເສເດັກ ແມ່ນພະເຈົ້າ”.
ອັກຄະທູດໂລໂປໂລຍັງໄດ້ພິຍານເຖິງພະຄິດ ຜູ້ທີ່ຈະສະເດັດມາອີກຄັ້ງ ໃນສະໄໝຂອງພະວິນຍານບໍລິສຸດ
ເພື່ອຄວາມພົ້ນຂອງມະນຸດຊາດ ໂດຍອະທິບາຍວ່າ “ເມນຄີເສເດັກ ບໍ່ມີພໍ່ແມ່ ແລະ ບໍ່ມີເຊື້ອສາຍ”.
ເມນຄີເສເດັກແຫ່ງພັນທະສັນຍາເດີມ ໄດ້ໃຫ້ອວຍພອນຝ່າຍຮ່າງກາຍແກ່ອັບລາຮາມ ໂດຍຜ່ານເຂົ້າຈີ່ ແລະ ເຫຼົ້າອະງຸ່ນ. ກໍເຊັ່ນດຽວກັນ, ພະເຢຊູໄດ້ຊົງໃຫ້ອວຍພະພອນແຫ່ງອະໄພການບາບ ແລະ ຊີວິດນິລັນ ໂດຍຜ່ານເຂົ້າຈີ່ ແລະ ເຫຼົ້າອະງຸ່ນແຫ່ງປັດສະຄາຄໍາໝັ້ນສັນຍາໃໝ່. ພະຄິດອັນຊັງໂຮງໄດ້ພິຍານວ່າ ພະອົງຊົງເປັນພະເຈົ້າ
ທີ່ສະເດັດມາ ຕາມລະບຽບການຂອງເມນຄີເສເດັກ ໂດຍການຟື້ນຟູປັດສະຄາຄໍາໝັ້ນສັນຍາໃໝ່ ເຊິ່ງຖືກຍົກເລີກໄປ ເປັນເວລາ 1,600 ປີ.
ເມື່ອອັບລາມກັບຄືນມາແຕ່ສູ້ຮົບ ແລະ ຊະນະເຈົ້າເຄໂດລາໂອເມ ແລະ ພັນທະມິດ... ເຈົ້າເມນຄີເສເດັກ ຜູ້ທີ່ເປັນກະສັດແຫ່ງນະຄອນຊາເລັມ ທັງເປັນປະໂລຫິດຂອງພະເຈົ້າອົງສູງສຸດ ກໍເອົາເຂົ້າຈີ່ກັບເຫຼົ້າອະງຸ່ນ... ແລ້ວອັບລາມກໍໄດ້ຖວາຍໜຶ່ງສ່ວນສິບໃນສິ່ງຂອງທັງໝົດ ເຊິ່ງເພິ່ນໄດ້ມາຈາກການສູ້ຮົບນັ້ນ.
[ປະຖົມມະການ 14:17-20]
ພວກສາວົກກໍປະຕິບັດຕາມທີ່ພະເຢຊູໄດ້ບອກພວກຕົນ ແລະ ໄດ້ຈັດແຈງອາຫານປັດສະຄາ...
ພະເຢຊູກໍຈັບເອົາເຂົ້າຈີ່ຂຶ້ນມາ ແລະ ອ້ອນວອນຂອບພະຄຸນ... ແລ້ວພະອົງກໍຈັບເອົາຈອກ (ເຫຼົ້າອະງຸ່ນ) ຂຶ້ນມາ... ນີ້ແຫຼະແມ່ນເລືອດຂອງເຮົາ ເຊິ່ງຫຼັ່ງໄຫຼອອກສໍາລັບຄົນເປັນອັນມາກ ເພື່ອການບາບຈະໄດ້ຮັບອະໄພ.
[ມັດທາຍ 26:19-28]
“ພະຜູ້ເປັນເຈົ້າອົງຊົງລິດອໍານາດຍິ່ງໃຫຍ່ ຈະຕຽມງານກິນລ້ຽງໃຫຍ່... ມີເຫຼົ້າອະງຸ່ນທີ່ດີເລີດ...
ຈະທໍາລາຍຄວາມຕາຍຕະຫຼອດໄປ!... ເມື່ອເຫດການນັ້ນເກີດຂຶ້ນ ທຸກຄົນກໍຈະເວົ້າວ່າ
“ພະອົງເປັນພະເຈົ້າຂອງຂ້າພະອົງທັງຫຼາຍ! ພວກຂ້າພະອົງເຊື່ອ ແລະ ໄວ້ວາງໃຈໃນພະອົງ;
ສະນັ້ນ ພະອົງຈຶ່ງຊ່ວຍກູ້ເອົາ ຂ້າພະອົງທັງຫຼາຍໄວ້.”
[ເອຊາຢາ 25:6-9]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ