ເມື່ອຊາວອິດສະລາເອນອອກໄປຈາກເອຢິບ, ພະເຈົ້າໄດ້ຊົງເປີດເຜີຍລິດອໍານາດຂອງປັດສະຄາເປັນຄັ້ງທໍາອິດ ແລະປະກາດປັດສະຄາ ໂດຍຜ່ານບັນຍັດຂອງໂມເຊ ໂດຍສັ່ງພວກເຂົາໃຫ້ພວກເຂົາປະຕິບັດຕາມປັດສະຄາໃນທຸກຊົ່ວອາຍຸຄົນ ເມື່ອກໍານົດມາເຖິງ. ຕໍ່ມາ, ປະຊາຊົນຂອງພະເຈົ້າໄດ້ຮັບການຍ້ອງຍໍ ແລະ ໄດ້ຮັບການປົກປ້ອງຈາກໄພພິບັດ ຫຼັງຈາກທີ່ປະຕິບັດຕາມປັດສະຄາ ແລະ ພະເຢຊູຍັງໄດ້ຊົງປະຕິບັດຕາມປັດສະຄາກັບບັນດາສາວົກຂອງພະອົງ ໂດຍປະທານພະພອນແຫ່ງຊີວິດນິລັນແກ່ພວກເຂົາ.
ນັບຕັ້ງແຕ່ປັດສະຄາໄດ້ຖືກຍົກເລີກໃນ ຄ.ສ 325, ຄິດສະຕະຈັກທຸກແຫ່ງໄດ້ປະຕິບັດຕາມປະເພນີຂອງພະນອກສາສະໜາ. ຢ່າງໃດກໍຕາມ, ບັນດາສະມາຊິກໃນ ຄິດສະຕະຈັກຂອງພະເຈົ້າ ໄດ້ເຂົ້າໃຈເຖິງຄວາມສໍາຄັນຂອງປັດສະຄາ ທີ່ພະເຈົ້າໄດ້ຊົງສັ່ງໃຫ້ປະຊາຊົນຂອງພະອົງສະເຫຼີມສະຫຼອງ ໃນທຸກຊົ່ວອາຍຸຄົນ ໂດຍຜ່ານຄໍາສັ່ງສອນຂອງພະຄິດ ພະອັນຊັງໂຮງ ແລະ ພະເຈົ້າພະມານດາ ແລະ ປະຕິບັດຕາມປັດສະຄາ.
ກະສັດໂຢຊີຢາໄດ້ສັ່ງປະຊາຊົນໃຫ້ສະເຫຼີມສະຫຼອງປັດສະຄາ ເພື່ອຍົກຍໍໃຫ້ກຽດພະຜູ້ເປັນເຈົ້າ ອົງເປັນພະເຈົ້າຂອງພວກເຂົາ ຕາມທີ່ໄດ້ມີຂຽນໄວ້ໃນປຶ້ມແຫ່ງຄໍາໝັ້ນສັນຍາ. ...
ບໍ່ເຄີຍມີກະສັດຄົນໃດຄືເພິ່ນທີ່ປົກຄອງມາກ່ອນ ທີ່ໄດ້ຮັບໃຊ້ພະຜູ້ເປັນເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະ ດ້ວຍສຸດກໍາລັງ ໂດຍເຊື່ອຟັງບັນຍັດທັງໝົດຂອງໂມເຊ; ບໍ່ມີກະສັດຄົນໃດທີ່ເຮັດຄືເພິ່ນໃນເວລາຕໍ່ມາ.
[2 ກະສັດ 23:21-25]
“ຈົ່ງເຂົ້າໄປຫາຄົນໜຶ່ງຢູ່ໃນກຸງ” ພະອົງຕອບເຂົາ “ແລະ ບອກລາວວ່າ ‘ອາຈານບອກວ່າ: ເວລາຂອງເຮົາໃກ້ເຂົ້າມາແລ້ວ; ພວກສາວົກຂອງເຮົາກັບເຮົາຈະສະຫຼອງປັດສະຄາທີ່ບ້ານຂອງເຈົ້າ’”.
ພວກສາວົກກໍປະຕິບັດຕາມທີ່ພະເຢຊູໄດ້ບອກພວກຕົນ ແລະ ໄດ້ຈັດແຈງອາຫານປັດສະຄາ.
[ມັດທາຍ 26:18-19]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ