ພະເຈົ້າໄດ້ຊົງຕັ້ງໃຫ້ມື້ທີ່ໂມເຊລົງມາຈາກພູ ພ້ອມຄໍາສັ່ງສິບຂໍ້ເທື່ອທີສອງ
ເປັນເທດສະການມື້ລຶບລ້າງບາບໃຫຍ່ ແລະ ເທດສະການປຸກຕູບຢູ່ ເປັນເທດສະການທີ່ປະຊາຊົນອິດສະລາເອນ ໄດ້ສ້າງຫໍເຕັນ ເພື່ອເກັບຮັກສາຫີນແຜ່ນຫີນທີ່ຈາລຶກຄໍາສັ່ງສິບຂໍ້ຂອງພະເຈົ້າ.
ດັ່ງທີ່ໄດ້ເຫັນເມື່ອ 3,500 ປີກ່ອນ, ສິ່ງທີ່ສໍາຄັນທີ່ສຸດຂອງການສ້າງພະວິຫານຂອງພະເຈົ້າ ແມ່ນການມີຈິດໃຈທີ່ເຫຼື້ອມໃສສັດທາໃນການເຂົ້າຮ່ວມ ແລະ ເຕັມໃຈທີ່ຈະມີສ່ວນຮ່ວມ.
ຜູ້ຄົນເຫຼົ່ານີ້ໄດ້ຖວາຍວັດສະດຸຢ່າງຫຼວງຫຼາຍ ເພື່ອການສ້າງພະວິຫານ.
ປະຈຸບັນນີ້, ທັງທົ່ວໂລກກໍາລັງຫຼັ່ງໄຫຼມາຫາ ພະຄິດ ພະອັນຊັງໂຮງ ແລະ ພະມານດາແຫ່ງສະຫວັນ ເຢລູຊາເລັມ ເພາະວ່າ ປະຊາຊົນຂອງພະເຈົ້າຖືກສັນຍາລັກເປັນວັດສະດຸຕ່າງໆ ທີ່ປະກອບກັນເປັນ ພະວິຫານເຢລູຊາເລັມ. ມີຄໍາທໍານວາຍວ່າ ດັ່ງທີ່ງ່າໄມ້ຕ່າງໆຖືກຮວບຮວມໄວ້ສໍາລັບເທດສະການປຸກຕູບຢູ່ ໃນພັນທະສັນຍາເດີມ, ປະຊາຊົນຂອງພະເຈົ້າຈະມາຮວມກັນເປັນຕົ້ນໄມ້ປະເພດຕ່າງໆ ທີ່ກຸງເຢລູຊາເລັມ.
ແລະ ທຸກຄົນທີ່ມີໃຈເຫຼື້ອມໃສສັດທາ (ແລະ ສະໝັກໃຈ, TH1971)
ກໍໄດ້ນໍາຂອງມາຖວາຍແກ່ພະຜູ້ເປັນເຈົ້າ ເພື່ອນໍາໄປສ້າງຫໍເຕັນບ່ອນພະອົງສະຖິດຢູ່. ພວກເຂົາໄດ້ນໍາທຸກສິ່ງທີ່ຈໍາເປັນໃຊ້ໃນການນະມັດສະການ ແລະ ໃນການເຮັດເຄື່ອງນຸ່ງປະຈໍາຕໍາແໜ່ງຂອງປະໂລຫິດ ມາຖວາຍແກ່ພະຜູ້ເປັນເຈົ້າ.
ທຸກຄົນທີ່ເຕັມໃຈໃຫ້ ທັງຍິງ ແລະ ຊາຍ...
[ອົບພະຍົບ 35:21-22]
ພວກທ່ານໄດ້ຖືກສ້າງຂຶ້ນເທິງພື້ນຖານ ວາງລົງໂດຍພວກອັກຄະທູດ
ແລະ ພວກຜູ້ປະກາດພະຄໍາຮ່ວມກັບພະເຢຊູຄິດນັ້ນເອງ ຄືຫີນເສົາເອກ.
ແມ່ນພະອົງນັ້ນແຫຼະ ທີ່ຄໍ້າຊູຕົວຕຶກທັງໝົດເຂົ້າກັນ ແລະ ເຮັດໃຫ້ຈະເລີນຂຶ້ນ
ເພື່ອປະກອບເປັນພະວິຫານອັນສັກສິດຖວາຍແກ່ພະຜູ້ເປັນເຈົ້າ.
ໃນການຮ່ວມເຂົ້າກັບພະອົງນັ້ນ ພວກທ່ານກໍຄືກັນໄດ້ຖືກສ້້າງຂຶ້ນຮ່ວມກັບຄົນອື່ນໆທັງໝົດ
ໃຫ້ເປັນບ່ອນທີ່ພະເຈົ້າສະຖິດຢູ່ໂດຍພະວິນຍານຂອງພະອົງ.
[ເອເຟໂຊ 2:20-22]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ