ພະເຈົ້າໄດ້ຊົງມອບຂ່າວປະເສີດ ແຫ່ງອານາຈັກສະຫວັນ ໄວ້ກັບບັນດາຜູ້ທີ່ ພະອົງຊົງເຫັນຊອບ
ໂດຍຊົງກ່າວວ່າ “ຈົ່ງເປັນຜູ້ພິຍານຂອງເຮົາ. ຈົ່ງເປັນຜູ້ຮັບໃຊ້ແຫ່ງຄໍາໝັ້ນສັນຍາໃໝ່.”
ພະເຈົ້າໄດ້ຊົງສັນຍາແກ່ພວກເຂົາ ເຖິງພະພອນທີ່ຈະສືບທອດມໍລະດົກ ແຫ່ງອານາຈັກສະຫວັນ
ເຊິ່ງຜູ້ສືບທອດຂອງພະເຈົ້າ ສາມາດຮັບໄດ້.
ດັ່ງກີດີໂອນ ໄດ້ໄຊຊະນະໃນການສູ້ຮົບ ເມື່ອລາວໄດ້ທຸບໄຫ ແລະ ເປີດເຜີຍແສງແຈ້ງ,
ວຽກງານທີ່ໜ້າອັດສະຈັນ ແຫ່ງພະວິນຍານບໍລິສຸດ ດັ່ງການປະກາດ ຂອງຄິດສະຕະຈັກຕອນຕົ້ນ ຈະເກີດຂຶ້ນໃນສະໄໝນີ້ເຊັ່ນກັນ ເມື່ອພວກເຮົາ ສະແດງສະຫງ່າລາສີ
ຂອງພະມານດາແຫ່ງສະຫວັນ ເຢລູຊາເລັມ.
ໂດຍຜ່ານແສງແຈ້ງຂອງຄວາມຈິງ ແຫ່ງຄໍາໝັ້ນສັນຍາໃໝ່.
ເນື່ອງຈາກວ່າ ພວກເຮົາບໍ່ສາມາດໄປເຖິງຄວາມພົ້ນ
ໂດຍຜ່ານຄໍາສັ່ງສອນຕ່າງໆຂອງມະນຸດ, ແຕ່ໂດຍຜ່ານຂ່າວປະເສີດຂອງພະເຈົ້າເທົ່ານັ້ນ,
ຄິດສະຕະຈັກຂອງພະເຈົ້າ ກໍາລັງປະຕິບັດຕາມຄໍາສັ່ງສອນຂອງພະເຈົ້າ
ເຊິ່ງພະອັນຊັງໂຮງໄດ້ຊົງຟື້ນຟູ, ແລະ ກໍາລັງດໍາເນີນພາລະກິດ ຂອງຜູ້ພິຍານຂອງພະເຈົ້າຢ່າງເຕັມທີ່.
“ຈົ່ງໄປທົ່ວໂລກ ປະກາດຂ່າວປະເສີດ ແກ່ມະນຸດທຸກຄົນ.
ຜູ້ໃດກໍ່ຕາມທີ່ເຊື່ອ ແລະ ຮັບບັບຕິດສະມາຈະໄດ້ພົ້ນ;
ຜູ້ໃດກໍ່ຕາມທີ່ບໍ່ເຊື່ອ ຈະຖືກຕັດສິນລົງໂທດ.” [ມາລະໂກ 16:15-16]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ