ດັ່ງທີ່ປາແຊວມອນ ແລະ ນົກກາງແກ ສາມາດກັບຄືນໄປບ້ານເກີດໄດ້ ບໍ່ວ່າພວກມັນ
ຈະໄປໄກພຽງໃດກໍຕາມ, ພະເຈົ້າໄດ້ຊົງກ່າວວ່າ “ເຮົາຈະຕັ້ງພະບັນຍັດຂອງເຮົາໄວ້ໃນ
ຈິດໃຈຂອງເຂົາ” ແລະ ໄດ້ຊົງຕັ້ງພະບັນຍັດແຫ່ງຄໍາໝັ້ນສັນຍາໃໝ່ໄວ້ໃນຈິດໃຈຂອງ
ມະນຸດ ເພື່ອໃຫ້ພວກເຂົາກັບຄືນໄປບ້ານເກີດແຫ່ງສະຫວັນທີ່ນິລັນໄດ້.
ເມື່ອສອງພັນປີກ່ອນ, ພະເຢຊູໄດ້ຊົງຫວ່ານເຂົ້າດີ (ມື້ພະ ແລະ ປັດສະຄາ) ເພື່ອປະທານ
ອານາຈັກສະຫວັນໃຫ້ແກ່ມະນຸດຊາດ. ແຕ່ເວລາຕໍ່ມາ, ເຂົ້າດີໄດ້ສູນຫາຍໄປ ແລະ
ຖືກແທນທີ່ດ້ວຍເຂົ້ານົກ ນັ້ນແມ່ນກົດເກນຂອງມະນຸດທີ່ຖືກຫວ່ານໂດຍສັດຕູ ຄືມານຮ້າຍ.
ຢ່າງໃດກໍຕາມ, ບັນດາລູກຂອງພະເຈົ້າບໍ່ເຄີຍລືມຄໍາໝັ້ນສັນຍາໃໝ່ ທີ່ຖືກປູກຝັງໄວ້
ໃນຈິດວິນຍານຂອງພວກເຂົາ, ແຕ່ໄດ້ເຂົ້າໃຈດ້ວຍຈິດໃຈ ແລະ ເຂົ້າມາຫາພະຄິດ
ພະອັນຊັງໂຮງ ແລະ ພະເຈົ້າພະມານດາ ຜູ້ຊົງນໍາພາພວກເຂົາໄປສູ່ອານາຈັກສະຫວັນ
ບ້ານເກີດຝ່າຍຈິດວິນຍານຂອງພວກເຂົາ.
ພະຜູ້ເປັນເຈົ້າກ່າວວ່າ “ເມື່ອເວລານັ້ນມາເຖິງ ເຮົາຈະເຮັດຄໍາໝັ້ນສັນຍາໃໝ່ກັບປະຊາຊົນ
ອິດສະລາເອນ ແລະ ກັບປະຊາຊົນຢູດາ... ຄໍາໝັ້ນສັນຍາໃໝ່ ທີ່ເຮົາຈະເຮັດກັບປະຊາຊົນ
ອິດສະລາເອນຈະເປັນດັ່ງນີ້: ເຮົາຈະຕັ້ງບັນຍັດຂອງເຮົາໄວ້ພາຍໃນເຂົາ ແລະ
ຂຽນບັນຍັດນັ້ນໄວ້ທີ່ຫົວໃຈຂອງເຂົາເຈົ້າ. ເຮົາຈະເປັນພະເຈົ້າຂອງເຂົາ ແລະ ເຂົາກໍຈະ
ເປັນປະຊາຊົນຂອງເຮົາ.
[ເຢເລມີຢາ 31:31-33]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ