ເນື່ອງຈາກມະນຸດໃນປະຈຸບັນກໍາລັງດໍາເນີນຊີວິດຢູ່ໃນໂລກທີ່ເຕັມດ້ວຍຄວາມເຈັບປວດ, ຄວາມທຸກທໍລະມານ ແລະ ຄວາມໂສກເສົ້າ, ພະເຈົ້າຈຶ່ງຊົງປາຖະໜາທີ່ຈະປະທານອານາຈັກສະຫວັນ ບ່ອນທີ່ບໍ່ມີຄວາມຕາຍ, ຄວາມເຈັບປວດ ຫຼື ຄວາມໂສກເສົ້າອີກຕໍ່ໄປ, ມີພຽງແຕ່ຄວາມຊົມຊື່ນຍິນດີທີ່ນິລັນ, ຄວາມດີໃຈ ແລະ ຄວາມສຸກຢ່າງເຕັມລົ້ນໃຫ້ແກ່ພວກເຮົາ, ນີ້ແມ່ນແຜນການຂອງພະເຈົ້າ.
ພະເຈົ້າໄດ້ຊົງຕັ້ງຄໍາໝັ້ນສັນຍາໃໝ່ຂຶ້ນ ເພື່ອປະທານອານາຈັກສະຫວັນທີ່ນິລັນໃຫ້ແກ່ມະນຸດຊາດເປັນມໍລະດົກ.
ຄວາມເລິກລັບໃນການສະສົມພະພອນໄວ້ໃນອານາຈັກສະຫວັນແມ່ນ ການປະຕິບັດຕາມເທດສະການຕ່າງໆເຊັ່ນ ມື້ພະ ແລະ ປັດສະຄາ ໂດຍຕິດຕາມ ພະອັນຊັງໂຮງ ຜູ້ຊົງສະເດັດມາໃນຖານະຜູ້ກາງແຫ່ງຄໍາໝັ້ນສັນຍາໃໝ່ ແລະ ພະເຈົ້າພະມານດາ ຜູ້ຊົງເປັນຕົວຈິງຂອງຄໍາໝັ້ນສັນຍາໃໝ່.
ພະຜູ້ເປັນເຈົ້າອົງຊົງລິດອໍານາດຍິ່ງໃຫຍ່ໄດ້ສາບານວ່າ:
“ສິ່ງທີ່ເຮົາໄດ້ວາງແຜນໄວ້ແລ້ວຈະຕ້ອງເກີດຂຶ້ນ.
ສິ່ງທີ່ເຮົາໄດ້ຕັ້ງໃຈໄວ້ແລ້ວ ເຮົາຈະຕ້ອງເຮັດ”.
[ເອຊາຢາ 14:24]
ພະອົງຈະເຊັດນໍ້າຕາທຸກຢົດຈາກຕາຂອງພວກເຂົາ.
ຄວາມຕາຍຈະບໍ່ມີອີກຕໍ່ໄປ, ຄວາມໂສກເສົ້າ, ການຮ້ອງໄຫ້
ແລະ ຄວາມເຈັບປວດ ຈະບໍ່ມີອີກຕໍ່ໄປ.
ສິ່ງເກົ່າແກ່ໄດ້ສູນຫາຍໄປແລ້ວ.
[ພະນິມິດ 21:4]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ