ເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ແມ່ນເທດສະການທີ່ພະເຢຊູຄິດ ໄດ້ຊົງແບກໄມ້ກາງແຂນ ແຫ່ງຄວາມທຸກທໍລະມານເພື່ອຄົນບາບທັງຫຼາຍ. ພະເຈົ້າໄດ້ຊົງສອນວ່າ ເມື່ອມະນຸດທັງປວງ
ຜູ້ເປັນຄົນບາບແຫ່ງສະຫວັນ ຕິດຕາມແບບຢ່າງຂອງພະຄິດ, ແບກໄມ້ກາງແຂນຂອງພວກເຂົາ
ແລະ ຕິດຕາມຫົນທາງຂອງພະຄິດ, ພວກເຂົາຈະສາມາດມີຄວາມປາຖະໜາໃນຄວາມນິລັນ
ໂດຍຜ່ານຄວາມທຸກທໍລະມານ ແລະ ຍາກຄວາມລຳບາກໄດ້.
ຜູ້ເຊື່ອຖືຂອງຄິດສະຕະຈັກຕອນຕົ້ນໄດ້ຮັບຮູ້ວ່າ ມີຊີວິດນິລັນ ຫຼັງຈາກຊີວິດຢູ່ໃນໂລກນີ້ ແລະ
ໄດ້ຮັບເອົາຄວາມທຸກທໍລະມານ, ຄວາມຍາກລຳບາກ ແລະ ການຂົ່ມເຫັງທັງໝົດ ດ້ວຍຄວາມ
ປາຖະໜາໃນຄວາມນິລັນ. ກໍເຊັ່ນດຽວກັນ, ບັນດາສະມາຊິກຂອງຄິດສະຕະຈັກຂອງພະເຈົ້າ ໄດ້ຖວາຍຂອບພະຄຸນສໍາລັບທຸກສິ່ງທີ່ພວກເຂົາໄດ້ປະເຊີນຢູ່ໃນໂລກນີ້.
ຂ້າພະເຈົ້າຮູ້ຈັກພາລະອັນໜັກໜ່ວງ ທີ່ພະເຈົ້າວາງໄວ້ເທິງມະນຸດ.
ພະອົງໄດ້ຕັ້ງເວລາອັນເໝາະສົມໄວ້ສໍາລັບທຸກສິ່ງ.
ພະອົງຢາກໃຫ້ມະນຸດຮູ້ຈັກອະດີດ ແລະ ອະນາຄົດ...
[ປັນຍາຈານ 3:10-11]
ເຫດສະນັ້ນ ພວກເຮົາຈຶ່ງບໍ່ທໍ້ຖອຍຈັກເທື່ອ... ຝ່າຍຄວາມທຸກລໍາບາກອັນເບົາບາງ
ແລະ ຊົ່ວຄາວທີ່ພວກເຮົາທົນຢູ່ນີ້ ແມ່ນເພື່ອຕຽມພວກເຮົາສູ່ສະຫງ່າລາສີອັນຍິ່ງໃຫຍ່
ແລະ ຕະຫຼອດໄປຈົນຫາທີ່ປຽບບໍ່ໄດ້.
[2 ໂກລິນໂທ 4:16-17]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ