ກະສັດໂຊໂລໂມນ ໄດ້ເຮັດທຸກສິ່ງທີ່ເພິ່ນຕ້ອງການ ແຕ່ໃນທ້າຍສຸດ, ເພິ່ນໄດ້ກ່າວວ່າ “ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ!” ແລະ ດັ່ງທີ່ແມ່ນແຕ່ກະສັດອາເລັກຊານເດີ ຜູ້ຍິ່ງໃຫຍ່ກໍໄດ້ຍອມຮັບວ່າ ເມື່ອຄວາມຕາຍມາເຖິງ, ຄົນເຮົາກໍກັບຄືນໄປດ້ວຍມືເປົ່າ. ດັ່ງນັ້ນ, ພວກເຮົາບໍ່ຄວນພໍໃຈກັບຄວາມສຸກຊົ່ວຄາວຂອງໂລກນີ້, ແຕ່ຈົ່ງມີຊີວິດຢູ່ເພື່ອອານາຈັກສະຫວັນທີ່ນິລັນ, ຈົ່ງຢໍາເກງພະເຈົ້າ ແລະ ເຮັດຕາມຂໍ້ຄໍາສັ່ງຂອງພະອົງ. ວິທີທີ່ສະຫຼາດທີ່ຈະດໍາເນີນຊີວິດແມ່ນການດໍາເນີນຊີວິດເພື່ອຄວາມສຸກທີ່ພວກເຮົາຈະເພີດເພີນຕະຫຼອດໄປໃນອານາຈັກສະຫວັນ.
ມະນຸດຊາດຕ້ອງເລືອກທີ່ຈະດໍາເນີນຊີວິດຢ່າງສັດຊື່ຢູ່ໃນໂລກນີ້ ແລະ ໄດ້ຮັບພະພອນຈາກພະເຈົ້າໃນສະຫວັນ. ສະມາຊິກຂອງຄິດສະຕະຈັກຂອງພະເຈົ້າປະຕິບັດຕາມມື້ພະ ແລະ ເທດສະການປະຈໍາປີທັງເຈັດເທດສະການ ແລະ ສັນລະເສີນພະເຈົ້າ ຜ່ານການກະທໍາດີ ເພື່ອກະກຽມສໍາລັບອານາຈັກສະຫວັນ ແລະ ຊີວິດນິລັນ.
ຮ່າງກາຍຂອງພວກເຮົາຈະກັບເປັນຂີ້ຝຸ່ນດິນອີກ ແລະ ລົມຫັນໃຈຂອງພວກເຮົາກໍຈະກັບຄືນໄປຫາພະເຈົ້າ ຜູ້ທີ່ໃຫ້ລົມຫັນໃຈແກ່ມະນຸດທຸກຄົນ. ປັນຍາຈານກ່າວວ່າ ອະນິຈັງ ອະນິຈັງ. ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ. ໃນທີ່ສຸດນີ້ ຍັງມີພຽງສິ່ງດຽວທີ່ຈະເວົ້າ: ຈົ່ງຢໍາເກງພະເຈົ້າ ແລະ ເຮັດຕາມຂໍ້ຄໍາສັ່ງຂອງພະອົງ ເພາະພະອົງໄດ້ສ້າງມະນຸດຂຶ້ນມາກໍເພື່ອສິ່ງທັງໝົດນີ້. [ປັນຍາຈານ 12:7-8]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ