ອັກຄະທູດໂຢຮັນ ໄດ້ທຳນວາຍວ່າ ນ້ຳແຫ່ງຊີວິດທີ່ຊ່ວຍມະນຸດໃຫ້ພົ້ນນັ້ນສາມາດຮັບໄດ້
ຈາກພະວິນຍານ ແລະ ເຈົ້າສາວເທົ່ານັ້ນ. ພວກເຮົາສາມາດຮູ້ໄດ້ວ່າ ພະວິນຍານ ແລະ
ເຈົ້າສາວຊົງເປັນໃຜ ໂດຍການກວດສອບເບິ່ງຖ້ອຍຄຳໃນພະຄຳພີ; ພະເຈົ້າໄດ້ຊົງສ້າງ
ຊາຍ ແລະ ຍິງ ຕາມຮູບແບບຂອງພະເຈົ້າ ແລະ ເຢລູຊາເລັມ ທີ່ເທິງຊັ້ນຟ້ານັ້ນເປັນ
ແມ່ຂອງພວກເຮົາ ຕາມທີ່ໄດ້ບັນທຶກໄວ້ໃນປຶ້ມ ຄາລາເຕຍ. ພະອົງທັງສອງແມ່ນ ພະບິດາ ພະຄິດອັນຊັງໂຮງ ຜູ້ທີ່ໄດ້ຊົງສະເດັດມາໃນຖານະພະວິນຍານ ແລະ ພະເຈົ້າພະມານດາ.
ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ເປັນບ່ອນທີ່ພະເຈົ້າ
ພະບິດາ ແລະ ພະເຈົ້າພະມານດາ ຊົງເອີ້ນມະນຸດໃຫ້ມາຮັບການອະໄພບາບ, ຊີວິດນິລັນ
ແລະ ຄວາມພົ້ນ. ເຫດຜົນທີ່ຄິດສະຕະຈັກນີ້ໃຊ້ຄໍາເອີ້ນທີ່ວ່າ “ພະບິດາ”, “ພະມານດາ”,
“ພີ່ນ້ອງຊາຍ” ແລະ “ພີ່ນ້ອງສາວ” ກໍເພາະວ່າ ມະນຸດຊາດທັງໝົດເປັນສະມາຊິກຄອບຄົວ
ແຫ່ງສະຫວັນ. ພະເຈົ້າຊົງເປັນພະບິດາ ແລະແມ່ ພະມານດາຂອງພວກເຮົາ.
ແລ້ວພະວິນຍານ ແລະ ເຈົ້າສາວກໍກ່າວວ່າ “ມາເທາະ!” ທຸກໆຄົນທີ່ຍິນເລື່ອງນີ້ກໍຕ້ອງ
ເວົ້າຄືກັນວ່າ “ມາເທາະ!” ຈົ່ງມາເທາະ ຜູ້ໃດກໍຕາມທີ່ຫິວນໍ້າ; ຈົ່ງຮັບເອົານໍ້າແຫ່ງຊີວິດ
ໄປດື່ມ ໂດຍບໍ່ຕ້ອງເສຍຄ່າ.
[ພະນິມິດ 22:17]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ