ພະເຈົ້າໄດ້ຊົງສັນຍາວ່າ ຈະຊົງແຕ່ງຕັ້ງພວກເຮົາໃຫ້ເປັນກະສັດໃນອານາຈັກສະຫວັນ.
ເພື່ອໃຫ້ມະນຸດຊາດຍ່າງໄປທາງທີ່ຖືກຕ້ອງ ໃນຖານະກະສັດຕາມພະປະສົງຂອງພະເຈົ້າ,
ສິ່ງທີ່ຈໍາເປັນແມ່ນ ຄວາມເຊື່ອທີ່ປະຕິບັດຕາມພະຄໍາຂອງພະອົງ,
ບໍ່ແມ່ນຈາກມຸມມອງຂອງມະນຸດ ແຕ່ຈາກມຸມມອງຂອງພະເຈົ້າ.
ທາງທຸກເສັ້ນທີ່ເບິ່ງຄືວ່າ ຫຍຸ້ງຍາກ, ລໍາບາກ ແລະ ທ້າທາຍ ຈາກມຸມມອງຂອງມະນຸດນັ້ນ
ແທ້ຈິງແລ້ວ ແມ່ນເຕັມດ້ວຍຄວາມຮັກ ແລະ ພະພອນ ເມື່ອເບິ່ງຈາກມຸມມອງຂອງພະເຈົ້າ.
ດັ່ງນັ້ນ, ບັນດາສະມາຊິກຂອງຄິດສະຕະຈັກຂອງພະເຈົ້າ ຈຶ່ງຍ່າງຕາມທາງແຫ່ງຄວາມເຊື່ອ
ໂດຍຍຶດຖືຖ້ອຍຄໍາໃນພະຄໍາພີທີ່ວ່າ “ຕິດຕາມທຸກທີ່ທຸກບ່ອນທີ່ພະເຈົ້າຊົງນໍາພາ”
ເປັນຄະຕິປະຈໍາໃຈທີ່ຍິ່ງໃຫຍ່ທີ່ສຸດຂອງພວກເຂົາ.
“ຄວາມຄິດເຮົານັ້ນ” ພະຜູ້ເປັນເຈົ້າກ່າວຈາ “ບໍ່ຄືຄວາມຄິດຂອງພວກເຈົ້າ!
ແລະ ວິຖີທາງຂອງເຮົານັ້ນກໍແຕກຕ່າງໃດ ບໍ່ຄືວິຖີທາງຂອງພວກເຈົ້າ.
ສະຫວັນຊັ້ນຟ້າສູງກວ່າແຜ່ນດິນໂລກສັນໃດ ວິຖີທາງທັງຄວາມຄິດເຮົາກໍສູງກວ່າສັນນັ້ນ.
[ເອຊາຢາ 55:8-9]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ