ພະເຈົ້າໄດ້ຊົງປະທານເວລາແກ່ທຸກຄົນ ເພື່ອໃຫ້ກັບໃຈຈາກບາບ ທີ່ໄດ້ເຮັດຢູ່ໃນສະຫວັນ
ແລະ ໃຫ້ໂອກາດທີ່ຈະເຊື່ອໃນພະຄິດອັນຊັງໂຮງ ແລະ ພະເຈົ້າພະມານດາ
ຜູ້ທີ່ໄດ້ຊົງສະເດັດມາໃນສະພາບເນື້ອໜັງ. ຫຼັງຈາກນັ້ນ, ພະເຈົ້າຈະຊົງແຍກ
ຜູ້ທີ່ຈະໄປສູ່ສະຫວັນ ແລະ ຜູ້ທີ່ຈະຖືກພິພາກສາ ຕາມການກະທຳຂອງແຕ່ລະຄົນ.
ໃນທ່າມກາງຜູ້ທີ່ຈະຖືກຕັດສິນນັ້ນ ກໍມີຄົນເໝືອນດັ່ງ ຢູດາ ອິດຊະກາລິໂອດ ຜູ້ທີ່ຂາຍພະເຢຊູ
ດ້ວຍການຕັດສິນທີ່ຜິດຂອງລາວ ແລະ ຜູ້ປະກາດພະຄໍາປອມເຊັ່ນ ບາລາອາມ ທີ່ຊັກນໍາປະຊາຊົນ
ຂອງພະເຈົ້າໃຫ້ໄປຂາບໄຫວ້ຮູບໂຄລົບ ດ້ວຍຄຳແນະນຳທີ່ຊົ່ວຮ້າຍ ແລະ ຍັງມີຜູ້ທີ່ທຳລາຍ
ຄວາມຈິງຂອງພະເຈົ້າ ແລະ ນະມັດສະການພະຕາເວັນ ໂດຍຜ່ານລະບຽບການຕ່າງໆເຊັ່ນ
ການນະມັດສະການໃນວັນອາທິດ ແລະ ວັນຄິດສະມາດ ເໝືອນດັ່ງທີ່ ກະສັດອາຮາບ ແລະ
ເຢເສເບນ ໄດ້ຍຶດເອົາສວນອະງຸ່ນຂອງນາໂບດ.
ບໍ່ຈື່ບໍວ່າ ແມ່ນຍິງມີດີອານ ທີ່ໄດ້ເຮັດຕາມຄໍາແນະນໍາຂອງບາລາອາມ ແລະ ທີ່ເປອໍ ໄດ້ນໍາປະຊາຊົນໃຫ້ບໍ່ສັດຊື່ຕໍ່ພະຜູ້ເປັນເຈົ້າ. ການນັ້ນເປັນເຫດໃຫ້ປະຊາຊົນຂອງພະອົງ ຕ້ອງເກີດໂລກລະບາດຕາຍ.
[ຈົດເຊັນບັນຊີ 31:16]
“ແຕ່່ເຮົາມີຂໍ້ຕໍ່ວ່າເຈົ້າບາງຂໍ້ດັ່ງນີ້: ທີ່ນັ້ນມີບາງຄົນໃນພວກເຈົ້າ ຍຶດຖືຄໍາສອນຂອງບາລາອາມ
ຜູ້ທີ່ໄດ້ສອນບາຫຼາກ ເຖິງວິທີນໍາພາປະຊາຊົນອິດສະລາເອນໃຫ້ເຮັດບາບ ໂດຍຊັກຊວນພວກເຂົາໃຫ້
ກິນອາຫານທີ່ຖືກຖວາຍແກ່ຮູບໂຄລົບ ແລະ ໃຫ້ປະພຶດຜິດສິນທໍາທາງເພດ.”
[ພະນິມິດ 2:14]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ