ໃນຂະນະທີ່ພະເຈົ້າໄດ້ຊົງເປີດທາງໃຫ້ເຜີຍແຜ່ຂ່າວປະເສີດ ຜ່ານຄວາມກ້າວໜ້າທາງວິທະຍາສາດ ແລະ ເຕັກໂນໂລຊີ, ການຄົມມະນາຄົມ ແລະ ອິນເຕີເນັດ, ພວກເຮົາຕ້ອງເຜີຍແຜ່ຄວາມຮູ້ກ່ຽວກັບຄໍາໝັ້ນຍາໃໝ່ ແລະ ຄວາມຈິງກ່ຽວກັບພະຄິດ ພະອັນຊັງໂຮງ ແລະ ພະເຈົ້າພະມານດາ ໄປສູ່ທົ່ວໂລກໂດຍໄວ.
ເຖິງແມ່ນວ່າ ອັກຄະທູດໂປນໄດ້ກັກຂັງ ແລະ ຂົ່ມເຫັງຜູ້ເຊື່ອຖື, ແຕ່ລາວໄດ້ເຮັດເຊັ່ນນັ້ນ ກ່ອນທີ່ຈະຮູ້ຈັກຄວາມຈິງກ່ຽວກັບ ພະເຢຊູຄິດ. ໃນທໍານອງດຽວກັນ, ພວກເຮົາຕ້ອງສັ່ງສອນຄວາມຮູ້ທີ່ແທ້ຈິງຂອງພະເຈົ້າ ແກ່ຜູ້ທີ່ບໍ່ຮູ້ຈັກຄິດສະຕະຈັກຂອງພະເຈົ້າ, ມື້ພະ, ປັດສະຄາ, ແຕ່ໄດ້ເວົ້າຕໍ່ຕ້ານຄວາມຈິງເຫຼົ່ານັ້ນ. ໂດຍການເຮັດເຊັ່ນນັ້ນ, ພວກເຮົາຈະສາມາດນໍາພາພວກເຂົາໃຫ້ໄດ້ຮັບພະພອນແຫ່ງຄວາມພົ້ນ ເຊິ່ງເຮັດໃຫ້ພະເຈົ້າຊົງພໍໃຈຫຼາຍທີ່ສຸດ.
ແລ້ວພະອົງກໍໄດ້ສັ່ງພວກເຂົາວ່າ “ຈົ່ງໄປທົ່ວໂລກ ປະກາດຂ່າວປະເສີດແກ່ມະນຸດທຸກຄົນ. ຜູ້ໃດກໍຕາມທີ່ເຊື່ອ ແລະ ຮັບບັບຕິດສະມາຈະໄດ້ພົ້ນ; ຜູ້ໃດກໍຕາມທີ່ບໍ່ເຊື່ອຈະຖືກຕັດສິນລົງໂທດ. ມາລະໂກ 16:15-16
ການກະທໍາເຊັ່ນນີ້ເປັນສິ່ງທີ່ດີ ແລະ ເປັນທີ່ພໍໃຈພະເຈົ້າ ພະຜູ້ໂຜດໃຫ້ພົ້ນຂອງພວກເຮົາ ອົງທີ່ຕ້ອງການໃຫ້ທຸກຄົນໄດ້ເຖິງຄວາມພົ້ນ ແລະ ໃຫ້ມາຮູ້ຈັກຄວາມຈິງ. 1 ຕີໂມທີ 2:3-4
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ