ມື້ລຶບລ້າງບາບໃຫຍ່ ແມ່ນມື້ທີ່ດີ ເມື່ອການບາບທັງໝົດຂອງປະຊາຊົນ ແລະ ບັນດາປະໂລຫິດ ໄດ້ຮັບອະໄພ. ປະຊາຊົນອິດສະລາເອນໄດ້ລືມພະຄຸນຂອງພະເຈົ້າ ແລະ ໄດ້ເຮັດບາບ ໂດຍການຂາບໄຫວ້ແກ່ຮູບໂຄລົບງົວຄໍາ. ນັ້ນແມ່ນເຫດຜົນທີ່ໂມເຊໄດ້ທຸບຄໍາສັ່ງສິບຂໍ້ເທື່ອທໍາອິດ ທີ່ພະເຈົ້າຊົງປະທານໃຫ້ນັ້ນແຕກ ແລ້ວປະຊາຊົນອິດສະລາເອນ ກໍໄດ້ກັບໃຈຈາກບາບຂອງຕົນ ແລະ ພະເຈົ້າໄດ້ຊົງປະທານຄໍາສັ່ງສິບຂໍ້ເທື່ອທີສອງ ໃຫ້ແກ່ພວກເຂົາ; ມື້ນັ້ນໄດ້ກາຍເປັນຕົ້ນກໍາເນີດຂອງ ມື້ລຶບລ້າງບາບໃຫຍ່.
ໃນພັນທະສັນຍາເດີມ ການບາບທັງໝົດຂອງປະຊາຊົນອິດສະລາເອນ ໄດ້ຖືກຍ້າຍໄປຍັງບ່ອນສັກສິດເປັນເວລາຊົ່ວຄາວ ຈົນເຖິງມື້ລຶບລ້າງບາບໃຫຍ່. ໃນປະຈຸບັນນີ້ ການບາບທັງໝົດຂອງພວກເຮົາໄດ້ຖືກສົ່ງໃຫ້ແກ່ພະອັນຊັງໂຮງ ແລະ ພະເຈົ້າພະມານດາ ຜູ້ຊົງເປັນຕົວຈິງຂອງບ່ອນສັກສິດ. ແລ້ວໃນມື້ລຶບລ້າງບາບໃຫຍ່ນັ້ນ ການບາບທັງໝົດຂອງພວກເຮົາ ກໍໄດ້ຖືກສົ່ງຕໍ່ໃຫ້ແກ່ຊາຕານ ຜູ້ທີ່ເປັນຕົ້ນກໍາເນີດຂອງຄວາມບາບ. ໃນທ້າຍສຸດ, ຊາຕານກໍຈະຖືກພິພາກສາໃນເຫວເລິກ ຄືນະຮົກ ແລະ ຫຼັງຈາກນັ້ນ ການບາບທັງໝົດກໍຈະຖືກທໍາລາຍ.
“ໃນມື້ທີສິບຂອງເດືອນທີເຈັດ ແມ່ນມື້ລຶບລ້າງບາບປະຈໍາປີຂອງປະຊາຊົນຕາມພະບັນຍັດ. ໃນມື້ນີ້ຢ່າກິນສິ່ງໃດໆເລີຍ; ຈົ່ງພາກັນມານະມັດສະການ ແລະ ນໍາອາຫານມາຖວາຍແກ່ພະຜູ້ເປັນເຈົ້າ”.
[ລະບຽບພວກເລວີ 23:26-27]
“ມື້ຕໍ່ມາໂຢຮັນໄດ້ເຫັນພະເຢຊູກໍາລັງຍ່າງມຸ່ງໜ້າມາຫາຕົນ ຈຶ່ງທ້ວງຂຶ້ນວ່າ “ເບິ່ງແມ ລູກແກະຂອງພະເຈົ້າ ຜູ້ຮັບເອົາບາບຂອງຊາວໂລກ!”
[ໂຢຮັນ 1:29]
“ແລ້ວພະຍາມານທີ່ໄດ້ຫຼອກລວງພວກເຂົານັ້ນ ກໍຖືກຖິ້ມລົງໃນບຶງໄຟ ແລະ ມາດ ບ່ອນທີ່ສັດຮ້າຍ ແລະ ຜູ້ປະກາດພະຄໍາປອມຖືກຖິ້ມລົງໄປແລ້ວນັ້ນ; ແລະ ພວກມັນຈະຕ້ອງຖືກທົນທຸກທໍລະມານ ທັງກາງເວັນ ແລະ ກາງຄືນຢູ່ຕະຫຼອດໄປເປັນນິດ”.
[ພະນິມິດ 20:10]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ