ພະຄຳພີເປັນພິຍານວ່າ ທູດສະຫວັນທັງຫຼາຍໄດ້ຖືກໂຍນລົງມາສູ່ໂລກນີ້ ເພາະພວກເຂົາ
ຖືກຊາຕານລໍ້ລວງ ແລະ ໄດ້ເຮັດບາບຢູ່ໃນສະຫວັນ ນີ້ແມ່ນເລື່ອງລາວຂອງມະນຸດຊາດ.
ພະຄິດ ພະອັນຊັງໂຮງ ແລະ ພະເຈົ້າພະມານດາຊົງສະເດັດມາສູ່ແຜ່ນດິນໂລກນີ້ ແລະ ໄດ້ຊົງຕັ້ງເທດສະການປັດສະຄາແຫ່ງຄໍາສັນຍາໃໝ່ຂຶ້ນ ເພື່ອປະທານອະໄພການບາບ
ແກ່ມະນຸດຊາດ ເພື່ອທີ່ພວກເຂົາຈະສາມາດກັບຄືນສູ່ບ້ານເມືອງແຫ່ງຈິດວິນຍານຂອງພວກເຂົາ ຄືອານາຈັກສະຫວັນທີ່ນິລັນໄດ້.
ເຊັ່ນດຽວກັບຄອບຄົວຢູ່ໃນໂລກກ່ຽວພັນກັນດ້ວຍສາຍເລືອດ, ຄອບຄົວແຫ່ງສະຫວັນ
ກໍກ່ຽວພັນກັນດ້ວຍສາຍເລືອດ. ເພື່ອຈະກາຍເປັນສະມາຊິກຄອບຄົວແຫ່ງສະຫວັນ
ໃນຖານະລູກຂອງພະເຈົ້າພະບິດາ ແລະ ພະເຈົ້າພະມານດາ ມະນຸດຊາດຕ້ອງກິນ
ເຂົ້າຈີ່ປັດສະຄາ ແລະ ດື່ມເຫຼົ້າອະງຸ່ນປັດສະຄາ ທີ່ເຮັດໃຫ້ມີສ່ວນໃນພະກາຍ ແລະ
ພະໂລຫິດຂອງພະເຈົ້າ. ມື້ນີ້, ບັນດາສະມາຊິກຄິດສະຕະຈັກຂອງພະເຈົ້າ ໃນ 175
ປະເທດ ໄດ້ປະຕິບັດຕາມເທດສະການປັດສະຄາດ້ວຍຈິດໜຶ່ງໃຈດຽວກັນ.
“ພາລະກິດທີ່ບັນດາປະໂລຫິດດໍາເນີນນັ້ນ ເປັນພຽງແຕ່ການລອກແບບ ແລະ ເງົາ ຂອງສິ່ງທີ່ຢູ່ໃນສະຫວັນເທົ່ານັ້ນ.”
[ເຮັບເລີ 8:5]
ພໍເຖິງເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງ ເມື່ອມີການຂ້າແກະສໍາລັບອາຫານປັດສະຄາ... ແລ້ວພະອົງກໍຈັບເອົາເຂົ້າຈີ່ຂຶ້ນມາຂອບຄຸນພະເຈົ້າ. ເມື່ອພະອົງຫັກເຂົ້າຈີ່ນັ້ນແລ້ວ
ຈຶ່ງຍື່ນໃຫ້ພວກສາວົກ ແລະ ກ່າວວ່າ “ນີ້ແຫຼະແມ່ນກາຍຂອງເຮົາ ເຊິ່ງເປັນເຄື່ອງບູຊາ
ແກ່ພະເຈົ້າເພື່ອທ່ານທັງຫຼາຍ....” ເມື່ອກິນເຂົ້າແລ້ວ ພະອົງກໍຈັບເອົາຈອກຂຶ້ນມາ ແລະ
ເຮັດຢ່າງດຽວກັນ ໂດຍກ່າວວ່າ “ຈອກນີ້ເປັນຄໍາໝັ້ນສັນຍາໃໝ່ຂອງພະເຈົ້າ ເຊິ່ງໃຊ້ເລືອດ
ຂອງເຮົາປະທັບຕາ ຄືເລືອດທີ່ຫຼັ່ງໄຫຼເພື່ອທ່ານທັງຫຼາຍ.”
[ລູກາ 22:7-20]
ດັ່ງນັ້ນແຫຼະ ພວກທ່ານຄົນບໍ່ເປັນຢິວ ຈຶ່ງບໍ່ເປັນຄົນຕ່າງດ້າວອີກຕໍ່ໄປ;
ບັດນີ້ພວກທ່ານເປັນພີ່ນ້ອງຮ່ວມພົນລະເມືອງກັບປະຊາຊົນຂອງພະເຈົ້າ ແລະ ເປັນສະມາຊິກໃນຄອບຄົວຂອງພະເຈົ້າ.
[ເອເຟໂຊ 2:19]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ