ເໝືອນດັ່ງຜູ້ເຊື່ອຖືຂອງຄິດສະຕະຈັກຕອນຕົ້ນ ໄດ້ມີຄວາມຫວັງໃນການເປັນຄືນມາສູ່ຊີວິດ
ໂດຍຜ່ານການເປັນຄືນມາສູ່ຊີວິດຂອງພະເຢຊູຄິດ ແລະ ບໍ່ຢ້ານກົວຕໍ່ຄວາມຍາກລຳບາກ,
ການຂົ່ມເຫັງ ຫຼື ສະຖານະການທີ່ບໍ່ດີຂອງໂລກນີ້, ຜູ້ເຊື່ອຖືຂອງຄິດສະຕະຈັກຂອງພະເຈົ້າ
ກໍເຊັ່ນກັນ. ພວກເຂົາບໍ່ໄດ້ດໍາລົງຊີວິດເພື່ອສິ່ງທີ່ເຫັນໄດ້ດ້ວຍຕາ ຫຼື ສໍາລັບຊ່ວງເວລາສັ້ນໆ,
ແຕ່ໄດ້ດໍາລົງຊີວິດດ້ວຍຄວາມຫວັງຂອງການເປັນຄືນມາສູ່ຊີວິດ ທີ່ພວກເຂົາຈະອາໄສຢູ່ໃນ
ຮ່າງຝ່າຍຈິດວິນຍານ ໃນໂລກຝ່າຍວິນຍານ.
ຫຼັງຈາກທີ່ພະເຢຊູໄດ້ຊົງເປັນຄືນມາສູ່ຊີວິດແລ້ວ, ພະອົງກໍໄດ້ຫາຍໄປທັນທີ ໃນຂະນະທີ່
ສົນທະນາກັບສາວົກຂອງພະອົງ, ໄດ້ຊົງປາກົດຢູ່ໃນຫ້ອງທີ່ລັອກໄວ້ໂດຍບໍ່ຄາດຄິດ ແລະ
ຊົງສະແດງໃຫ້ເຫັນເຖິງການສະເດັດຂຶ້ນສູ່ສະຫວັນຂອງພະອົງຕໍ່ໜ້າຕໍ່ຕາຂອງພວກເຂົາ.
ນີ້ສະແດງວ່າ ພວກເຮົາກໍຈະເປັນດັ່ງພະເຢຊູເຊັ່ນກັນ ໃນຮຸ່ງເຊົ້າຂອງການເປັນຄືນສູ່ຊີວິດ.
ຮ່າງກາຍສໍາລັບຟ້າສະຫວັນ ແລະ ຮ່າງກາຍສໍາລັບແຜ່ນດິນໂລກກໍມີເຊັ່ນກັນ;
ຮ່າງກາຍສໍາລັບຟ້າສະຫວັນ ມີຄວາມສະຫງ່າງາມຕ່າງກັບຄວາມສະຫງ່າງາມ
ຂອງຮ່າງກາຍສໍາລັບແຜ່ນດິນໂລກ. ດວງອາທິດກໍມີຄວາມສະຫງ່າງາມຂອງ
ດວງອາທິດ ໂດຍສະເພາະດວງຈັນກໍມີຄວາມສະຫງ່າງາມຢ່າງໜຶ່ງ ແລະ
ດວງດາວກໍມີຄວາມສະຫງ່າງາມຢ່າງອື່ນອີກ;... ເມື່ອມີຮ່າງຝ່າຍກາຍສັນໃດ
ແນ່ນອນກໍມີຮ່າງຝ່າຍຈິດວິນຍານສັນນັ້ນ.
[1 ໂກລິນໂທ 15:40-44]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ