ພວກເຮົາຕ້ອງສະແຫວງຫາພະເຈົ້າ ເພາະພະເຈົ້າຊົງປະທານຄຳຕອບຂອງບັນຫາຕ່າງໆ
ໃນຊີວິດແກ່ພວກເຮົາຢູ່ສະເໝີ. ເຫດຜົນທີ່ດາວິດ, ເຢໂຮຊາຟັດ ແລະ ເຮເສກີຢາ
ດໍາເນີນຊີວິດທີ່ມີຄວາມສຸກ ແລະ ໄຊຊະນະນັ້ນຍ້ອນວ່າ ພວກເຂົາເພິ່ງພະເຈົ້າ,
ບໍ່ແມ່ນມະນຸດ ຫຼື ສິ່ງຂອງຝ່າຍໂລກນີ້.
ພະເຈົ້າໄດ້ຊົງບັນທຶກປະຫວັດສາດທີ່ຜ່ານມາໄວ້ໃນພະຄໍາພີ ເພື່ອພວກເຮົາ ຜູ້ທີ່ມີຊີວິດຢູ່
ໃນສະໄໝນີ້. ພະເຈົ້າໄດ້ຊົງສະຖິດຢູ່ກັບປະຊາຊົນຂອງພະອົງສະເໝີ: ເມື່ອເມືອງເຢລິໂກ
ຖືກຍຶດຄອງ ແລະ ເມື່ອທະເລແດງຖືກແຍກອອກ. ໂດຍຈົດຈຳສິ່ງນີ້, ບັນດາຜູ້ເຊື່ອຖືຂອງ
ຄິດສະຕະຈັກຂອງພະເຈົ້າເພິ່ງພາພະເຈົ້າຢູ່ສະເໝີ ໃນທຸກສະຖານະການທີ່ຍາກລໍາບາກ.
ທົ່ວທັງຢູດາ ກະສັດເຮເສກີຢາ ໄດ້ເຮັດສິ່ງທີ່ຖືກຕ້ອງ ແລະ ພໍໃຈພະຜູ້ເປັນເຈົ້າ.
(ແລະ ວຽກທຸກຢ່າງທີ່ພະອົງຊົງເລີ່ມຕົ້ນກະທໍາ... ສະແຫວງຫາພະເຈົ້າຂອງພະອົງ
ແລະ ພະອົງຊົງກະທໍາດ້ວຍສຸດໃຈ ແລະ ຈະເລີນຮຸ່ງເຮືອງຂຶ້ນ, TH1971)
[2 ຂ່າວຄາວ 31:20-21]
ມີຫຼາຍຄົນໄດ້ມາຍັງກຸງເຢລູຊາເລັມ ເພື່ອນຳເຄື່ອງຂອງມາຖວາຍແກ່ພະຜູ້ເປັນເຈົ້າ ພ້ອມທັງນຳຂອງຂວັນມາໃຫ້ເຮເສກີຢາດ້ວຍ; ສະນັ້ນ ຕັ້ງແຕ່ນັ້ນມາ ຊົນຊາດທັງຫຼາຍ ຈຶ່ງຍົກຍໍໃຫ້ກຽດເຮເສກີຢາ.
[2 ຂ່າວຄາວ 32:23]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ