ການເຊື່ອຟັງພະຄໍາຂອງພະເຈົ້າ ແມ່ນເປັນໄປໄດ້ພຽງແຕ່ດ້ວຍຄວາມເຊື່ອທີ່ແທ້ຈິງ ແລະ ໂດຍຜ່ານເລື່ອງລາວຂອງກີເດໂອນ, ເປໂຕ ແລະ ງານສົມລົດທີ່ບ້ານການາ ພະເຈົ້າ ໄດ້ຊົງສະແດງໃຫ້ພວກເຮົາເຫັນວຽກງານຝ່າຍຈິດວິນຍານທີ່ໜ້າອັດສະຈັນ ເຊິ່ງເກີດຂຶ້ນໂດຍຜ່ານການເຊື່ອຟັງ.
ເຫດຜົນທີ່ຜູ້ຄົນຕ້ອງປະຖິ້ມຄວາມຄິດຂອງຕົນເອງ ແລະ ເຊື່ອຟັງພະປະສົງຂອງພະເຈົ້າຢ່າງສົມບູນ ແມ່ນຄືກັນກັບການເດີນທາງຂອງຊາວອິດສະລາເອນຈາກເອຢິບໄປສູ່ການາອານ, ພະເຈົ້າໄດ້ຊົງເຫັນອະນາຄົດລ່ວງໜ້າ ແລະ ນໍາພາພວກເຮົາໄປໃນທາງແຫ່ງພະພອນ. ສໍາລັບຜູ້ທີ່ເຊື່ອຟັງນັ້ນ, ພະເຈົ້າໄດ້ຊົງເປີດເຜີຍຄວາມເລິກລັບຂອງພະອົງ ແລະ ຊົງປະທານພະວິນຍານບໍລິສຸດໃຫ້.
ຕັ້ງແຕ່ຕົ້ນເຮົາກ່າວໄວ້ກ່ອນເຖິງສິ່ງທີ່ມີມາ ແຕ່ດົນນານເຮົາໄດ້ບອກເຖິງສິ່ງທີ່ຈະເກີດຂຶ້ນ. ເຮົາບອກວ່າແຜນການຂອງເຮົາບໍ່ເຄີຍລົ້ມເຫຼວ ເຮົາເຮັດທຸກໆສິ່ງຕາມທີ່ເຮົາຢາກເຮັດ.
ແຕ່ຕາເວັນອອກເຮົາພວມເອີ້ນເອົາຄົນໜຶ່ງມາ ລາວຈະຊັດຫົວລົງ ດັ່ງໂຕແຫຼວບິນເຈີດ ລາວຈະເຮັດຫຼ້ອນໜ້າທີ່ ຕາມເຮົາໄດ້ວາງແຜນ ເຮົາກ່າວໄວ້ຢ່າງໃດກໍຈະເກີດຂຶ້ນຢ່າງນັ້ນ.
[ເອຊາຢາ 46:10-11]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ