ເນື່ອງຈາກພະເຈົ້າຊົງກ່າວວ່າ ຜູ້ທີ່ເຊື່ອໃນພະອົງຈະໄດ້ຮັບພະວິນຍານບໍລິສຸດ, ຜູ້ທີ່ປາຖະໜາທີ່ຈະໄດ້ຮັບນັ້ນຕ້ອງເຊື່ອ ແລະ ປະຕິບັດຕາມຄໍາສັ່ງສອນຂອງພະເຈົ້າ ພະເຢໂຮວາ ໃນສະໄໝພະບິດາ, ພະເຢຊູຄິດ ໃນສະໄໝພະບຸດ, ພະອັນຊັງໂຮງ ແລະ ພະເຈົ້າພະມານດາ ຜູ້ຊົງສະເດັດມາໃນຖານະພະວິນຍານ ແລະ ເຈົ້າສາວ ໃນສະໄໝພະວິນຍານບໍລິສຸດ.
ຜູ້ທີ່ປະຕິບັດຕາມພະຄໍາຂອງພະເຈົ້າດ້ວຍການເຊື່ອຟັງ ແມ່ນຜູ້ທີ່ເຊື່ອໃນພະເຈົ້າຢ່າງແທ້ຈິງ. ເຊັ່ນດຽວກັບ ໂນອາ, ອັບລາຮາມ, ໂມເຊ, ໂຢຊວຍ ແລະ ກາເຫຼັບທີ່ໄດ້ຮັບພະພອນຍ້ອນການເຊື່ອຟັງພະຄໍາຂອງພະເຈົ້າ, ດຽວນີ້ ຜູ້ທີ່ມີຄວາມເຊື່ອທີ່ປະຕິບັດຕາມມື້ພະ ແລະ ເທດສະການປັດສະຄາ ເຊິ່ງເປັນພະຄໍາຂອງພະເຈົ້າ ກໍຈະໄດ້ຮັບພະພອນເຊັ່ນກັນ.
“ຜູ້ທີ່ມາຈາກພະເຈົ້າຍ່ອມຟັງຖ້ອຍຄໍາຂອງພະເຈົ້າ. ແຕ່ທ່ານທັງຫຼາຍບໍ່ໄດ້ມາຈາກພະເຈົ້າ ດັ່ງນັ້ນແຫຼະພວກທ່ານຈຶ່ງບໍ່ຟັງ”. ໂຢຮັນ 8:47
ຖ້າພວກເຈົ້າເຊື່ອຟັງພະຜູ້ເປັນເຈົ້າອົງເປັນພະເຈົ້າຂອງພວກເຈົ້າ ແລະ ເຮັດຕາມພະຄໍາສັ່ງທຸກຂໍ້; ແລ້ວພະອົງກໍຈະຮັບພວກເຈົ້າເປັນປະຊາຊົນຂອງພະອົງ ຕາມທີ່ພະອົງໄດ້ສັນຍາໄວ້ນັ້ນ. ແລ້ວທຸກຊົນຊາດໃນໂລກກໍຈະເຫັນວ່າ ພະຜູ້ເປັນເຈົ້າໄດ້ເລືອກເອົາພວກເຈົ້າໃຫ້ເປັນປະຊາຊົນຂອງພະອົງ ແລະພວກເຂົາຈະຢ້ານກົວພວກເຈົ້າ. ພະບັນຍັດສອງ 28:9-10
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ