ດັ່ງທີ່ມີກົດບັນຍັດຢູ່ໃນໂລກນີ້, ພະເຈົ້າກໍຊົງມີກົດບັນຍັດສໍາລັບຄວາມພົ້ນຂອງມະນຸດຊາດ.
ດັ່ງທີ່ເລໂຮໂບອາມແຫ່ງຢູດາ ແລະ ເຢໂລໂບອາມແຫ່ງອິດສະລາເອນ ທີ່ໄດ້ປະກົດໃຫ້ເຫັນ
ໃນອະດີດ, ອານາຈັກຕ່າງໆ ແລະ ປະຊາຊົນທີ່ບໍ່ປະຕິບັດຕາມກົດບັນຍັດຂອງພະເຈົ້າ
ຈະໄດ້ຮັບໄພພິບັດ ແລະ ການລົງໂທດໃນທ້າຍສຸດ.
ພະຄຳພີກ່າວວ່າ ຜູ້ທີ່ປະຖິ້ມກົດບັນຍັດຂອງພະເຈົ້າ ແມ່ນຜູ້ທີ່ປະຖິ້ມພະເຈົ້າ. ໃນທ່າມກາງ
ຄິດສະຕະຈັກຢ່າງຫຼວງຫຼາຍໃນໂລກ, ພະເຈົ້າຊົງສະຖິດຢູ່ກັບຄິດສະຕະຈັກ ທີ່ປະຕິບັດຕາມ
ກົດບັນຍັດຂອງພະເຈົ້າ (ພະຂໍ້ຄໍາສັ່ງ) ແລະ ນຳພາໄປສູ່ໄຊຊະນະໃນໄພພິບັດ ແລະ ແມ່ນແຕ່
ໃນການສູ້ຮົບຄັ້ງຍິ່ງໃຫຍ່ກັບຊາຕານ.
ພໍເລໂຮໂບອາມໄດ້ຂຶ້ນຄອງອຳນາດເປັນກະສັດແລ້ວ ເພິ່ນເອງ ແລະ ປະຊາຊົນ
ກໍໄດ້ປະຖິ້ມພະບັນຍັດຂອງພະຜູ້ເປັນເຈົ້າ. ໃນລາຊາການປີທີຫ້າຂອງເລໂຮໂບອາມ ພະຜູ້ເປັນເຈົ້າໄດ້ລົງໂທດເພິ່ນ ຍ້ອນເພິ່ນບໍ່ສັດຊື່ຕໍ່ພະອົງ. ກະສັດຊີຊາກແຫ່ງເອຢິບ ໄດ້ບຸກໂຈມຕີກຸງເຢລູຊາເລັມ.
[2 ຂ່າວຄາວ 12:1-2]
ຝ່າຍພະຍານາກກໍຄຽດແຄ້ນຢ່າງໃຫຍ່ໃຫ້ຍິງນັ້ນ ແລະ ອອກໄປຕໍ່ສູ້ກັບເຊື້ອສາຍຂອງນາງ
ທີ່ເຫຼືອຄື: ທຸກຄົນທີ່ປະຕິບັດຕາມບັນຍັດຂອງພະເຈົ້າ ແລະ ຊື່ສັດຕໍ່ຄວາມຈິງ
ເຊິ່ງຖືກເປີດເຜີຍໂດຍພະເຢຊູ.
[ພະນິມິດ 12:17]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ