ເໝືອນດັ່ງກະສັດໂຊໂລໂມນ ແລະ ໂຢບ, ທຸກຄົນທີ່ເກີດໃນໂລກນີ້ ລ້ວນແຕ່ເຄີຍເປັນທູດສະຫວັນທີ່ອາໄສຢູ່ໃນອານາຈັກສະຫວັນ. ພະຄໍາພີໄດ້ສັ່ງສອນພວກເຮົາວ່າ ຊີວິດໃນໂລກນີ້ເຕັມໄປດ້ວຍຄວາມລໍາບາກ ແລະ ຄວາມໂສກເສົ້າ ເພາະໂລກນີ້ເປັນບ່ອນທີ່ທູດສະຫວັນ ຜູ້ທີ່ເຄີຍອາໄສຢູ່ໃນສະຫງ່າລາສີນໍາກັນກັບພະເຈົ້າໃນສະຫວັນ ໄດ້ຖືກຂັບໄລ່ອອກມາ ຫຼັງຈາກທີ່ໄດ້ເຮັດບາບອັນໃຫຍ່ຫຼວງທີ່ນໍາໄປສູ່ຄວາມຕາຍ.
ໃນທຸກມື້ນີ້, ພະອົງຜູ້ທີ່ໄດ້ຊົງຟື້ນຟູປັດສະຄາແຫ່ງຄໍາໝັ້ນສັນຍາໃໝ່ ທີ່ສູນຫາຍໄປນັ້ນ ແມ່ນພະເຈົ້າຂອງພວກເຮົາ. ເພາະວ່າປັດສະຄາແຫ່ງຄໍາໝັ້ນສັນຍາໃໝ່ ແມ່ນຄໍາໝັ້ນສັນຍາທີ່ພະເຢຊູໄດ້ຊົງຕັ້ງຂຶ້ນ ໂດຍຜ່ານການເສຍສະຫຼະຂອງພະອົງທີ່ເທິງໄມ້ກາງແຂນ, ເພື່ອໃຫ້ມະນຸດຊາດທັງປວງສາມາດໄດ້ຮັບການອະໄພບາບທີ່ນໍາໄປສູ່ຄວາມຕາຍ ເຊິ່ງເປັນບາບທີ່ພວກເຂົາໄດ້ເຮັດໃນສະຫວັນ ແລະ ສາມາດກັບຄືນສູ່ອານາຈັກສະຫວັນໄດ້.
ດ້ວຍວ່າໂດຍຄວາມຕາຍຂອງພະຄິດເປັນເຄື່ອງບູຊານັ້ນ ພະເຈົ້າໄດ້ປົດປ່ອຍພວກເຮົາໃຫ້ເປັນອິດສະລະ ໝາຍຄວາມວ່າການບາບຂອງພວກເຮົາໄດ້ຮັບອະໄພ. ພະຄຸນອັນປະເສີດຂອງພະເຈົ້າຍິ່ງໃຫຍ່ແທ້ ເອເຟໂຊ 1:7
ດ້ວຍວ່າຄ່າຈ້າງຂອງບາບຄືຄວາມຕາຍ; ແຕ່ຂອງປະທານໃຫ້ທີ່ບໍ່ຄິດຄ່າຈາກພະເຈົ້າ ຄືຊີວິດອັນຕະຫຼອດໄປເປັນນິດໃນພະເຢຊູຄິດເຈົ້າຂອງພວກເຮົາ. ໂລມ 6:23
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ