ພະເຈົ້າໄດ້ຊົງເອີ້ນ ຄິດສະຕະຈັກທີ່ປະຕິບັດຕາມເທດສະການຂອງພະອົງວ່າ ສີໂອນ.
ຄິດສະຕະຈັກດຽວ ທີ່ປະຕິບັດຕາມເທດສະການຂອງພະເຈົ້າ ເຊິ່ງບັນທຶກໄວ້ໃນພະຄໍາພີເຊັ່ນ: ມື້ພະ,
ເທດສະການປັດສະຄາ, ເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ, ເທດສະການວັນແຫ່ງຜົນຜະລິດເທື່ອທໍາອິດ, ເທດສະການເພັນເຕກັອດ, ເທດສະການເປົ່າແກ, ມື້ລຶບລ້າງບາບໃຫຍ່ ແລະ ເທດສະການປຸກຕູບຢູ່ ແມ່ນຄິດສະຕະຈັກຂອງພະເຈົ້າ.
ພະເຢຊູໄດ້ຊົງສ້າງຄໍາໝັ້ນສັນຍາໃໝ່ ດ້ວຍເລືອດທີ່ລໍ້າຄ່າຂອງພະອົງ,
ບໍ່ແມ່ນດ້ວຍເລືອດຂອງສັດ ຕາມບັນຍັດຂອງໂມເຊ.
ພະອົງຍັງໄດ້ຊົງສອນພວກເຮົາອີກວ່າ ສະຖານທີ່ທີ່ມີການປະຕິບັດຕາມ ເທດສະການແຫ່ງຄໍາໝັ້ນສັນຍາໃໝ່
ແມ່ນສີໂອນ ເຊິ່ງເປັນບ່ອນທີ່ມະນຸດຊາດໄດ້ຮັບຄວາມພົ້ນ.
ຢ່າງໃດກໍຕາມ, ເທດສະການແຫ່ງຄໍາໝັ້ນສັນຍາໃໝ່ໄດ້ສູນຫາຍໄປ ໃນຊ່ວງຍຸກມືດ
ແລະ ສີໂອນ ກໍໄດ້ຖືກທຳລາຍ.
ໃນປະຈຸບັນນີ້, ພະຄິດອັນຊັງໂຮງ ໄດ້ຊົງສ້າງຕັ້ງສີໂອນ ທີ່ໄດ້ຖືກທໍາລາຍໄປນັ້ນຂຶ້ນມາໃໝ່.
ເມື່ອພະເຈົ້າສ້າງເມືອງພູສີໂອນຂຶ້ນໃໝ່ ມະນຸດຈະໄດ້ເຫັນຄວາມຍິ່ງໃຫຍ່ຂອງພະອົງ.
[ເພງສັນລະເສີີນ 102:16]
ເບິ່ງທີ່ພູສີໂອນພຸ້ນດູ ນະຄອນທີ່ພວກເຮົາສະຫຼອງເທດສະການຕ່າງໆ. ເບິ່ງກຸງເຢລູຊາເລັມພຸ້ນດູ!
ຊ່າງເປັນບ່ອນປອດໄພທີ່ໜ້າຢູ່ແທ້ໆ! ເປັນດັ່ງຜ້າເຕັນທີ່ຈະບໍ່ຖືກຍົກຍ້າຍຈັກເທື່ອ... (ແລະ ທີ່ນັ້ນພະຜູ້ເປັນເຈົ້າຈະເປັນຜູ້ຍິ່ງໃຫຍ່... ພະເຈົ້າຢາເວເປັນກະສັດຂອງພວກເຮົາ; ພະອົງຈະຊ່ວຍພວກເຮົາໃຫ້ພົ້ນ, THSV11)
[ເອຊາຢາ 33:20-22]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ