ໃນສະໄໝຂອງບາບີໂລນ ຕອນທີ່ດານີເອນ ມີຊີວິດຢູ່, ພະເຈົ້າໄດ້ຊົງທໍານວາຍກ່ຽວກັບ
ອານາຈັກຕ່າງໆທີ່ຈະເກີດຂຶ້ນໃນອະນາຄົດເຊັ່ນ: ເມເດຍ-ເປີເຊຍ, ເກຼັກ ແລະ ໂລມ.
ນອກຈາກນັ້ນ, ພະເຈົ້າຍັງໄດ້ຊົງພິຍານວ່າ ພະຄໍາພີແມ່ນນໍາໜ້າວິທະຍາສາດ. ຜ່ານສິ່ງເຫຼົ່ານີ້,
ພະເຈົ້າຊົງຕ້ອງການໃຫ້ມະນຸດເຊື່ອ ແລະ ມີຄວາມຫວັງກ່ຽວກັບອານາຈັກສະຫວັນອັນຮຸ່ງເຮືອງ
ທີ່ພວກເຂົາຈະເຂົ້າໄປໃນອະນາຄົດ.
ທຸກໆສິ່ງໄດ້ສໍາເລັດຕາມຄໍາທໍານວາຍຂອງພະຄໍາພີເຊັ່ນ ຊີວິດຂອງພະຄິດ
ຜູ້ຊົງສະເດັດມາເທື່ອທໍາອິດ, ຄໍາທໍານວາຍກ່ຽວກັບພະຄິດ ຜູ້ຊົງສະເດັດມາເທື່ອທີສອງ
ພະອັນຊັງໂຮງ ແລະ ພະເຈົ້າພະມານດາ ແລະ ເອກະລາດຂອງອິດສະລາເອນໃນປີ
1948. ຍັງມີຄໍາທໍານວາຍທີ່ພະເຈົ້າໄດ້ຊົງປະໄວ້ ເພື່ອມະນຸດຊາດ ຜູ້ທີ່ຕົກຢູ່ໃນ
ອັນຕະລາຍ ເນື່ອງຈາກໄພພິບັດຕ່າງໆ ແລະ ບັນຫາສະພາບດິນຟ້າອາກາດ. ພະເຈົ້າ
ໄດ້ຊົງກ່າວວ່າມະນຸດຄວນເຂົ້າໄປໃນສີໂອນ ບ່ອນທີ່ສາມາດພົ້ນຈາກໄພພິບັດ ໂດຍໄວ.
ແລະ ຍ້ອນນໍ້ານີ້ແຫຼະ ໂລກໃນສະໄໝບູຮານຈຶ່ງຖືກທໍາລາຍດ້ວຍນໍ້າຖ້ວມ. ໂດຍຂໍ້ຄໍາສັ່ງ
ຂອງພະເຈົ້າອັນດຽວກັນນີ້ ສະຫວັນຊັ້ນຟ້າ ແລະ ແຜ່ນດິນໂລກໃນປະຈຸບັນນີ້ ຈຶ່ງຖືກ ສະຫງວນໄວ້ໃຫ້ຖືກທໍາລາຍດ້ວຍໄຟຄື: ຖືກຮັກສາໄວ້ຈົນກວ່າຈະເຖິງມື້ ທີ່ພວກບໍ່ນັບຖື
ພະເຈົ້າຈະຖືກຕັດສິນ ແລະ ຖືກທໍາລາຍ.
[2 ເປໂຕ 3:6-7]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ