ເມື່ອຫຼຽວເບິ່ງນໍ້າ, ພະເຈົ້າໄດ້ຊົງນິລະມິດສ້າງປາ ແລະ ຊົງອະນຸຍາດໃຫ້ພວກມັນຫາຍໃຈ
ຢູ່ໃຕ້ນໍ້າເທົ່ານັ້ນ. ເນື່ອງຈາກພະເຈົ້າໄດ້ຊົງນິລະມິດສ້າງຕົ້ນໄມ້ໃຫ້ຢັ່ງຮາກຢູ່ໃນພື້ນດິນ,
ພະເຈົ້າຊົງໃຫ້ພວກມັນປົ່ງຂຶ້ນໃໝ່ ເມື່ອພວກມັນຢັ່ງຮາກລົງໃນພື້ນດິນເທົ່ານັ້ນ. ພະເຈົ້າ
ພະບິດາ ພະເຈົ້າພະມານດາໄດ້ຊົງນິລະມິດສ້າງມະນຸດ ໂດຍຊົງຫຼຽວເບິ່ງກັນແລະກັນ
ແລະ ຊົງໃຫ້ພວກເຂົາໄດ້ຮັບພະພອນແຫ່ງຄວາມສຸກ ແລະ ຊີວິດນິລັນໃນພະເຈົ້າ.
ເມື່ອແຊມຊັນ ແລະ ໂຊນ ໄດ້ຫັນໜີຈາກພະເຈົ້າ, ພວກເຂົາໄດ້ປະເຊີນກັບຈຸດຈົບ
ທີ່ໜ້າສັງເວດ ແລະ ເຈັບປວດ, ແຕ່ເມື່ອພວກເຂົາດໍາເນີນຊີວິດດ້ວຍການເຊື່ອຟັງພະເຈົ້າ,
ພວກເຂົາກໍປະສົບຜົນສໍາເລັດໃນທຸກສິ່ງ. ໃນສະໄໝນີ້ກໍເຊັ່ນດຽວກັນ, ສະມາຊິກ
ຄິດສະຕະຈັກຂອງພະເຈົ້າສາມາດດໍາເນີນຊີວິດຢ່າງມີໄຊຊະນະໃນທຸກສິ່ງໄດ້ ເພາະວ່າ
ພວກເຂົາດໍາເນີນຊີວິດຢູ່ໃນພະຄິດ ພະອັນຊັງໂຮງ ແລະ ພະເຈົ້າພະມານດາ
ຜູ້ຊົງສະເດັດມາເປັນພະວິນຍານ ແລະ ເຈົ້າສາວ.
ແລ້ວພະເຈົ້າກໍກ່າວວ່າ “ບັດນີ້ ເຮົາຈະສ້າງມະນຸດໃຫ້ຄ້າຍຄືເຮົາ;...”
ດັ່ງນັ້ນ ພະເຈົ້າຈຶ່ງສ້າງມະນຸດໃຫ້ຄ້າຍຄືພະອົງ. ພະອົງສ້າງເຂົາໃຫ້ເປັນຊາຍ ແລະ ຍິງ.
[ປະຖົມມະການ 1:26-27]
“ເຮົາເປັນເຄືອອະງຸ່ນ ພວກທ່ານເປັນກິ່ງ. ພວກທີ່ຍັງຢູ່ໃນເຮົາ ແລະ
ເຮົາຢູ່ໃນເຂົາຈະເກີດຜົນຫຼາຍ; ດ້ວຍວ່າບໍ່ມີເຮົາແລ້ວພວກທ່ານເຮັດຫຍັງບໍ່ໄດ້.
[ໂຢຮັນ 15:5]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ