ເອຊາວ ແລະ ຢູດາອິດສະກາລິໂອດ ສູນເສຍພະພອນ ເພາະຄໍາເວົ້າທີ່ບໍ່ລະມັດລະວັງ, ໂຈນທີ່ຢູ່ກ້ຳຂວາ ແລະ ເພື່ອນສາມຄົນຂອງດານີເອນໄດ້ຮັບພະພອນຈາກພະເຈົ້າຢ່າງລົ້ນເຫຼືອ ຍ້ອນຖ້ອຍຄໍາທີ່ພວກເຂົາກ່າວດ້ວຍຄວາມເຊື່ອ.
ເນື່ອງຈາກຖ້ອຍຄໍາທີ່ກ່າວອອກຈາກປາກຂອງພວກເຮົາບໍ່ເຄີຍຫາຍໄປ ແຕ່ກັບຄືນມາຫາພວກເຮົາ ໃນມື້ແຫ່ງການພິພາກສາ, ພະເຈົ້າຊົງສອນພວກເຮົາເລື້ອຍໆໃຫ້ຄິດຫຼາຍໆຄັ້ງ ກ່ອນທີ່ຈະເວົ້າ ແລະ ຊັກຊ້າໃນການໂກດຮ້າຍ.
ຖ້າພວກເຮົາສຳນຶກວ່າ ພວກເຮົາຖືກຖິ້ມລົງມາຈາກສະຫວັນ ຍ້ອນໄດ້ເຮັດບາບ, ພວກເຮົາກໍຈະບໍ່ຮູ້ສຶກຜິດຫວັງໃນສິ່ງໃດ, ແຕ່ພວກເຮົາສາມາດດໍາເນີນຊີວິດທີ່ມີຄວາມສຸກໄດ້ ດ້ວຍການຖວາຍຄໍາຂອບພະຄຸນ ແລະ ກ່າວສິ່ງທີ່ດີ ຕາມຄໍາສັ່ງສອນຂອງພະເຈົ້າທີ່ວ່າ ພວກເຮົາສາມາດຢູ່ກັບພະຄິດອັນຊັງໂຮງ ແລະ ພະເຈົ້າພະມານດາ ຜູ້ຊົງສະເດັດມາ ໃນສະໄໝພະວິນຍານບໍລິສຸດໄດ້.
ພີ່ນ້ອງທີ່ຮັກທັງຫຼາຍຂອງເຮົາເອີຍ, ຈົ່ງຈົດຈໍາຂໍ້ນີ້ໄວ້! ຈົ່ງວ່ອງໄວໃນການຟັງ; ແຕ່ຈົ່ງຊ້າໃນການເວົ້າຈາ ແລະ ຈົ່ງຊ້າໃນການໂກດຮ້າຍ. ຄວາມໂກດຮ້າຍຂອງມະນຸດ ບໍ່ໄດ້ຊ່ວຍໃຫ້ຄວາມຍຸຕິທໍາຂອງພະເຈົ້າເກີດມີມາ... ຢ່າຫຼອກລວງຕົນເອງ ໂດຍພຽງແຕ່ຟັງພະຄໍາຂອງພະເຈົ້າເທົ່ານັ້ນ; ແຕ່ຈົ່ງປະຕິບັດຕາມພະຄໍານັ້ນອີຫຼີ... ຄົນນັ້ນແຫຼະຈະໄດ້ຮັບພອນຈາກພະເຈົ້າ ໃນສິ່ງທີ່ລາວກະທໍາ.
[ຢາໂກໂບ 1:19–25]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ