ປະຈຸບັນນີ້, ຄິດສະຕະຈັກຢ່າງຫຼວງຫຼາຍອ້າງວ່າ ພວກເຂົາປະຕິບັດຕາມເທດສະການເພັນເຕກັອດ
ແລະ ໄດ້ຮັບພະວິນຍານບໍລິສຸດ. ຢ່າງໃດກໍຕາມ, ເມື່ອເຮົາປະຕິບັດຕາມເທດສະການເພັນເຕກັອດ
ໃນມື້ທີ່ພະເຈົ້າໄດ້ຊົງກໍານົດໄວ້ ຕາມລະບຽບການທີ່ພະເຈົ້າໄດ້ຊົງຕັ້ງຂຶ້ນເທົ່ານັ້ນ ຈຶ່ງສາມາດຮັບ
ພະພອນແຫ່ງພະວິນຍານບໍລິສຸດໄດ້.
ເທດສະການເພັນເຕກັອດ ແມ່ນມື້ທີຫ້າສິບ ຫຼັງຈາກເທດສະການວັນແຫ່ງຜົນຜະລິດເທື່ອທໍາອິດ
(ເທດສະການວັນຄືນພະຊົນ). ຕາມພະຄຳຂອງພະເຢຊູ, ບັນດາສາວົກໄດ້ອະທິຖານໃນຫ້ອງໂຖງ
ຊັ້ນເທິງຂອງມາລະໂກ ເປັນເວລາສິບມື້ ນັບຈາກວັນສະເດັດຂຶ້ນສູ່ສະຫວັນ ແລະ ໄດ້ຮັບພະວິນຍານບໍລິສຸດ
ໂດຍການປະຕິບັດຕາມມື້ເພັນເຕກັອດ. ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ແມ່ນຄິດສະຕະຈັກດຽວທີ່ໄດ້ຮັບພະພອນແຫ່ງພະວິນຍານບໍລິສຸດ ເຊິ່ງໄດ້ທໍານວາຍໄວ້ໃນພະຄໍາພີ ໂດຍການປະຕິບັດຕາມເທດສະການເພັນເຕກັອດ ຕາມພະຄໍາຂອງພະເຢຊູ.
ເມື່ອຮອດມື້ເພັນເຕກັອດ ບັນດາຄົນເຊື່ອຖືທັງໝົດໃນທີ່ນັ້ນກໍມາເຕົ້າໂຮມກັນຢູ່ບ່ອນດຽວ.
ໃນທັນໃດນັ້ນ ມີສຽງໜຶ່ງດັງມາຈາກທ້ອງຟ້າເໝືອນດັ່ງສຽງລົມພະຍຸກ້າກ້ອງສະໜັ່ນທົ່ວເຮືອນ
ທີ່ພວກເຂົານັ່ງຢູ່ນັ້ນ. ແລ້ວພວກເຂົາກໍເຫັນສິ່ງໜຶ່ງເບິ່ງຄືຮູບລີ້ນເປັນແປວໄຟ ເຊິ່ງກະຈາຍອອກໄປ
ຢູ່ເທິງເຂົາທຸກຄົນ ຜູ້ລະລີ້ນ. ຜູ້ເຊື່ອຖືທຸກຄົນໃນທີ່ນັ້ນຈຶ່ງເຕັມດ້ວຍພະວິນຍານບໍລິສຸດ ແລະ
ເລີ່ມຕົ້ນປາກພາສາອື່ນໆ ຕາມທີ່ພະວິນຍານໂຜດໃຫ້ພວກເຂົາເວົ້າ.
[ກິດຈະການ 2: 1-4]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ