ພະເຈົ້າຜູ້ຊົງຮູ້ຈັກຕອນຈົບຕັ້ງແຕ່ຕອນເລີ່ມຕົ້ນ ໄດ້ຊົງສັ່ງສອນມະນຸດຊາດທົ່ວໂລກ
ບໍ່ໃຫ້ຕື່ມໃສ່ ຫຼື ຕັດຂໍ້ຄວາມໃດໜຶ່ງອອກຈາກພະຄຳພີ ເພື່ອຄວາມພົ້ນຂອງພວກເຮົາ
ພະຄຳພີສັ່ງສອນໃຫ້ພວກເຮົາ ປະຕິບັດຕາມພະບັນຍັດຂອງພະເຈົ້າເຊັ່ນ ມື້ພະ,
ເທດສະການປັດສະຄາ ພ້ອມທັງສອນພວກເຮົາບັນດາຜູ້ເຊື່ອຖືວ່າ
ຈົ່ງກາຍເປັນເກືອ ແລະ ຄວາມສະຫວ່າງຂອງໂລກ.
ຄືດັ່ງທີ່ພະເຈົ້າໄດ້ຊົງນຳພາຊາວອິດສະລາເອນໄປສູ່ດິນແດນການາອານ ແລະ ຊົງອວຍພະພອນພວກເຂົາ.
ໃນສະໄໝນີ້ກໍ່ເຊັ່ນກັນ ເມື່ອພວກເຮົາສະແດງສະຫງ່າລາສີຂອງພະເຈົ້າ ໃນຄອບຄົວ, ບ່ອນເຮັດວຽກ
ແລະ ຕໍ່ກັບເພື່ອບ້ານ ຕາມຄຳສັ່ງສອນຂອງພະເຈົ້າພະອັນຊັງໂຮງ ແລະ ພະເຈົ້າພະມານດາ
ພວກເຮົາກໍ່ຈະຖືກຍອມຮັບວ່າ ໄດ້ໃຊ້ຊີວິດສົມກັັບເປັນຊາວຄິດ ແລະ ຈະໄດ້ຮັບພະພອນຈາກພະເຈົ້າ.
“ໃນທໍານອງດຽວກັນນີ້ແຫຼະ ແສງສະຫວ່າງທີ່ຢູ່ໃນພວກທ່ານນັ້ນ
ຕ້ອງສ່ອງແຈ້ງຕໍ່ໜ້າຄົນທັງຫຼາຍ ເພື່ອວ່າພວກເຂົາຈະໄດ້ເຫັນ
ຄຸນງາມຄວາມດີ ທີ່ພວກທ່ານເຮັດ ແລະ ພວກເຂົາຈະສັນລະເສີນ
ພະບິດາຂອງພວກທ່ານ ທີ່ສະຖິດຢູ່ໃນສະຫວັນ.” ມັດທາຍ 5:16
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ