ດັ່ງທີ່ຜູ້ຄົນພົບຄວາມສະຫງົບສຸກ ແລະ ການປອບໂຍນຜ່ານສຽງຂອງແມ່ ເຊິ່ງພວກເຂົາ
ໄດ້ຍິນຕັ້ງແຕ່ຢູ່ໃນທ້ອງ, ບັນດາລູກຂອງພະເຈົ້າກໍຈະພົບຄວາມສະຫງົບສຸກຝ່າຍຈິດວິນຍານ
ເມື່ອພວກເຂົາໄດ້ຍິນສຽງຂອງພະເຈົ້າພະມານດາ.
ປະມານ 2,000 ປີກ່ອນ, ພະເຢຊູຊົງກ່າວຜູ້ດຽວວ່າ “ໃຫ້ຜູ້ຄົນມາຫາເຮົາ ແລະ
ຮັບເອົານໍ້າແຫ່ງຊີວິດ”, ແຕ່ໃນສະໄໝພະວິນຍານບໍລິສຸດ, ພະຄິດພະອັນຊັງໂຮງ
ແລະ ພະເຈົ້າພະມານດາ ໄດ້ຊົງຮ່ວມກັນປະກາດສຽງແຫ່ງຄວາມພົ້ນ.
ພະຄິດພະອັນຊັງໂຮງຊົງກ່າວວ່າ “ໂຢຊວຍໄດ້ຕິດຕາມໂມເຊ, ເອລີຊາໄດ້ຕິດຕາມເອລີຢາ,
ເປໂຕໄດ້ຕິດຕາມພະເຢຊູ ແລະ ຂ້ອຍຕິດຕາມພະມານດາ”.
ນີ້ກໍຍ້ອນວ່າ ມະນຸດຊາດຈະສາມາດພົ້ນໄດ້ ເມື່ອພວກເຂົາໄດ້ຍິນສຽງຂອງພະເຈົ້າພະມານດາ.
ແລ້ວພະວິນຍານ ແລະ ເຈົ້າສາວກໍກ່າວວ່າ “ມາເທາະ!” ທຸກໆຄົນທີ່ຍິນເລື່ອງນີ້
ກໍຕ້ອງເວົ້າຄືກັນວ່າ “ມາເທາະ!” ຈົ່ງມາເທາະ ຜູ້ໃດກໍຕາມທີ່ຫິວນໍ້າ;
ຈົ່ງຮັບເອົານໍ້າແຫ່ງຊີວິດໄປດື່ມ ໂດຍບໍ່ຕ້ອງເສຍຄ່າ.
[ພະນິມິດ 22:17]
ເຮົາຈະເລົ້າໂລມພວກເຈົ້າຢູ່ໃນກຸງເຢລູຊາເລັມ ດັ່ງແມ່ຜູ້ໜຶ່ງເລົ້າໂລມລູກຂອງຕົນ.
[ເອຊາຢາ 66:13]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ