ກົດໝາຍຂອງສວນເອເດນເປັນພະບັນຍັດແຫ່ງຄໍາໝັ້ນສັນຍາເດີມ ແລະ ພະບັນຍັດແຫ່ງຄໍາໝັ້ນສັນຍາໃໝ່ ໄດ້ຖືກຕັ້ງຂຶ້ນໂດຍພະເຢຊູ ນັ້ນລ້ວນແຕ່ເປັນການຕັ້ງຂຶ້ນໂດຍພະເຈົ້າເອໂລຮິມ ເພື່ອປະທານສະຫງ່າລາສີອັນຮຸ່ງເຮືອງ ແລະ ຄວາມສຸກໃຫ້ແກ່ມະນຸດທຸກຄົນໃນອະນາຄົດ.
ໃນມື້ນີ້, ພະເຈົ້າຊົງສັ່ງສອນພວກເຮົາ ໂດຍຜ່ານຜູ້ປະກາດພະຄໍາຫຼາຍຄົນ ລວມທັງຜູ້ປະກາດພະຄໍາ ດານີເອນ ວ່າ ການປະຖິ້ມພະບັນຍັດ ແລະ ກົດໝາຍຂອງພະເຈົ້າຖືວ່າ ເປັນການຝ່າຝືນພະບັນຍັດ, ກະທໍາຄວາມຊົ່ວຮ້າຍ ແລະ ເປັນການກະບົດ.
ສະມາຊິກໃນຄິດສະຕະຈັກຂອງພະເຈົ້າ ໄດ້ຈາລຶກຄໍາສັ່ງສອນຂອງພະຄິດ ພະອັນຊັງໂຮງ ແລະ ພະເຈົ້າ ພະມານດາໄວ້ໃນຈິດໃຈຂອງພວກເຂົາ ຄືຜູ້ທີ່ໄດ້ຊົງສັ່ງສອນພວກເຂົາບໍ່ໃຫ້ເບິ່ງຂ້າມ ຄໍາສັ່ງສອນອັນເລັກນ້ອຍທີ່ສຸດຂອງພະເຈົ້າ ແຕ່ໃຫ້ປະຕິບັດຕາມຄໍາພີ. ເພາະວ່າ ພະເຢຊູໄດ້ຊົງຕັ້ງພະບັນຍັດ ແຫ່ງຄໍາໝັ້ນສັນຍາໃໝ່ຂຶ້ນ ແລະ ຍັງຊົງວາງແບບຢ່າງໃນການປະຕິບັດຕາມພະບັນຍັດນີ້ໄວ້, ພວກເຂົາຈຶ່ງປະຕິບັດຕາມເທດສະການສາມປາງເຈັດຊະນິດ ລວມທັງມື້ພະ ແລະ ເທດສະການປັດສະຄາດ້ວຍ.
ເພິ່ນຈະເວົ້າຕໍ່ສູ້ພະເຈົ້າອົງສູງສຸດ... ເພິ່ນຈະພະຍາຍາມປ່ຽນແປງກົດໝາຍ ແລະ ມື້ສະຫຼອງຕ່າງໆທາງສາສະໜາ ... ແລ້ວສານແຫ່ງສະຫວັນຊັ້ນຟ້າກໍຈະພິພາກສາເພິ່ນ, ຈະຖອນອໍານາດຂອງເພິ່ນ ແລະ ຈະທໍາລາຍເພິ່ນຈົນໝົດສິ້ນ. ອໍານາດ ແລະ ຄວາມຍິ່ງໃຫຍ່ຂອງອານາຈັກທັງໝົດໃນແຜ່ນດິນໂລກນັ້ນ ຈະຖືກມອບໃຫ້ແກ່ປະຊາຊົນຂອງພະເຈົ້າອົງສູງສຸດ. ອໍານາດແຫ່ງກະສັດຂອງເຂົາຈະບໍ່ສິ້ນສຸດໄປ ...
[ດານີເອນ 7:25-27]
ເຮົາໄດ້ຂຽນຄໍາສັ່ງສອນຫຼາຍຂໍ້ໄວ້ ຈົນນັບບໍ່ຖ້ວນສໍາລັບປະຊາຊົນ; ແຕ່ເຂົາບໍ່ຍອມຮັບ ໂດຍຖືວ່າ ຄໍາສັ່ງສອນ (ພະບັນຍັດ, TH1971) ນັ້ນເປັນຂອງແປກ ແລະ ຂອງຕ່າງຊາດ.
[ໂຮເຊອາ 8:12]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ