ເອຊາວ ດູໝິ່ນສິດທິອ້າຍກົກ; ຄົນຮັບໃຊ້ທີ່ຊົ່ວຮ້າຍໄດ້ເຊື່ອງໜຶ່ງຕາລັນໃນພື້ນດິນ ແລະ ຍິງສາວໂງ່ຫ້າຄົນບໍ່ໄດ້ກະກຽມນໍ້າມັນໄວ້ລ່ວງໜ້າ. ພຽງແຕ່ເມື່ອພວກເຮົາມີສະຕິປັນຍາທີ່ຈະຕັດສິນໃຈຝ່າຍຈິດວິນຍານ ຕາມຄວາມເຊື່ອ ໃນທຸກໆສະຖານະການເທົ່ານັ້ນ, ພວກເຮົາຈຶ່ງຈະບໍ່ສູນເສຍມໍລະດົກທີ່ນິລັນແຫ່ງສະຫວັນ ທີ່ພະເຈົ້າຈະຊົງປະທານໃຫ້ແກ່ພວກເຮົາ.
ເໝືອນດັ່ງຍິງສາວສະຫຼາດຫ້າຄົນ, ຜູ້ເຊື່ອຖືຂອງຄິດສະຕະຈັກຂອງພະເຈົ້າເຊື່ອວ່າ ການເອົາຊະນະຄວາມຍາກລໍາບາກທັງໝົດທີ່ພວກເຂົາປະເຊີນ ດ້ວຍພະຄໍາຂອງພະເຈົ້າ ແລະ ຄວາມເຊື່ອ ໂດຍການຍອມຮັບພະຄິດທີ່ສະເດັດມາເທື່ອທີສອງພະອັນຊັງໂຮງ ແລະ ພະເຈົ້າພະມານດາ ຜູ້ທີ່ສະເດັດມາໃນສະໄໝພະວິນຍານບໍລິສຸດ ແມ່ນວິທີກະກຽມສໍາລັບອານາຈັກສະຫວັນ.
1 ພີ່ນ້ອງທັງຫຼາຍເອີຍ ເຮົາຢາກໃຫ້ພວກເຈົ້າລະນຶກເຖິງສິ່ງທີ່ໄດ້ເກີດຂຶ້ນກັບບັນພະບຸລຸດຂອງພວກເຮົາ...
ພະເຈົ້າບໍ່ໄດ້ພໍໃຈກັບຄົນສ່ວນຫຼາຍໃນພວກເພິ່ນ; ດັ່ງນັ້ນແຫຼະ ຊາກສົບຂອງເຂົາຈຶ່ງຖືກກະຈັດກະຈາຍທົ່ວໄປ
ໃນຖິ່ນແຫ້ງແລ້ງກັນດານ. ເຫດການເຫຼົ່ານີ້ທັງໝົດເປັນຕົວຢ່າງສໍາລັບພວກເຮົາ ກໍເພື່ອເຕືອນພວກເຮົາ
ບໍ່ໃຫ້ມີໃຈປາຖະໜາຊົ່ວ ດັ່ງທີ່ພວກນັ້ນໄດ້ມີ.
[1 ໂກລິນໂທ 10:1-6]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ