ເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງສະແດງໃຫ້ເຫັນເຖິງຈິດໃຈແຫ່ງການເສຍສະຫຼະ, ການອຸທິດຕົນ ແລະ ຄວາມຮັກຂອງພະຄິດ ຜູ້ທີ່ໄດ້ຊົງເສຍສະຫຼະພະອົງເອງ ເພື່ອຊ່ວຍມະນຸດຊາດຜູ້ທີ່ໄດ້ເຮັດບາບຢູ່ໃນສະຫວັນໃຫ້ພົ້ນ.
ພວກເຮົາຄວນລະນຶກເຖິງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ດ້ວຍຄວາມຕັ້ງໃຈທີ່ຈະກັບໃຈຈາກການບາບຂອງພວກເຮົາ ໂດຍການຄຶງທີ່ໄມ້ກາງແຂນ ແລະ ຊີວິດຂອງພະຄິດ ແລະ ມີສ່ວນຮ່ວມໃນຄວາມທຸກທໍລະມານຂອງພະອົງ ດ້ວຍຄວາມຊົມຊື່ນຍິນດີ.
ພະເຈົ້າໄດ້ຊົງສະເດັດມາຍັງໂລກນີ້ ເພື່ອຄວາມພົ້ນຂອງມະນຸດຊາດ, ແມ່ນແຕ່ເປໂຕທີ່ມີຊື່ສຽງໃນເລື່ອງຄວາມເຊື່ອລາວ, ຢູດາອິດຊະກາລິໂອດ ແລະ ສາວົກຄົນອື່ນໆທັງໝົດ ກໍໄດ້ກະທໍາການໂຫດຮ້າຍຕໍ່ສາຍ ພະເນດຂອງພະເຈົ້າ. ເມື່ອຮຽນຮູ້ຈາກຄວາມຮັກຂອງພະເຈົ້າ ຜູ້ທີ່ບໍ່ໄດ້ຊົງໝິ່ນປະໝາດຄົນບາບເຊັ່ນນັ້ນ ແຕ່ມີຄວາມເມດຕາສົງສານຕໍ່ພວກເຂົາ, ບັດນີ້ພວກເຮົາຕ້ອງຍ່າງໄປໃນຫົນທາງແຫ່ງຄວາມເຊື່ອ ໂດຍແບກໄມ້ກາງແຂນຂອງພວກເຮົາເອງ.
ແຕ່ເຫດການທັງໝົດນີ້ໄດ້ເກີດຂຶ້ນກໍເພື່ອໃຫ້ເປັນຈິງ ຕາມທີ່ພວກຜູ້ປະກາດພະຄໍາໄດ້ຂຽນໄວ້ໃນພະຄໍາພີ”.
ແລ້ວພວກສາວົກທຸກຄົນກໍໄດ້ປະຖິ້ມພະອົງ ແລະ ແລ່ນປົບໜີໄປ.
[ມັດທາຍ 26:56]
ແລ້ວພະເຢຊູກໍກ່າວແກ່ພວກສາວົກວ່າ “ຖ້າຜູ້ໃດຜູ້ໜຶ່ງຕ້ອງການມານໍາເຮົາ ໃຫ້ລາວເຊົາເຫັນແກ່ຕົວເອງ
ແບກໄມ້ກາງແຂນຂອງຕົນ ແລະ ຕາມເຮົາໄປ.
[ມັດທາຍ 16:24]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ