ຜູ້ທີ່ຢືນເບິ່ງຢູ່ຊື່ໆໂດຍບໍ່ສົນໃຈຕໍ່ຂ່າວປະເສີດ ຈະບໍ່ສາມາດສືບທອດອານາຈັກສະຫວັນໄດ້. ດັ່ງນັ້ນ, ພວກເຮົາຕ້ອງປະກາດຂ່າວປະເສີດຢ່າງມີຄວາມຮັບຜິດຊອບໃນວຽກງານແຫ່ງຄວາມພົ້ນ ທີ່ພະອັນຊັງໂຮງ ແລະ ພະເຈົ້າ ພະມານດາຊົງນໍາພາ ດ້ວຍຈິດໃຈທີ່ເປັນເຈົ້າຂອງເໝືອນດັ່ງອັກຄະທູດໂປນ.
ດັ່ງຄໍາກ່າວທີ່ວ່າ “ຜູ້ທີ່ມີຄວາມຮູ້ສຶກເຖິງຄວາມຮັບຜິດຊອບແມ່ນເຈົ້າຂອງ ສ່ວນຜູ້ທີ່ບໍ່ມີຄວາມຮູ້ສຶກເຖິງຄວາມຮັບຜິດຊອບແມ່ນແຂກ”, ຜູ້ເຊື່ອຖືທີ່ໄດ້ຮັບການເອີ້ນໃຫ້ເປັນຜູ້ຮັບໃຊ້ຄໍາໝັ້ນສັນຍາໃໝ່ ຄວນປະກາດຄວາມຈິງແຫ່ງຄໍາໝັ້ນສັນຍາໃໝ່ໄປສູ່ທົ່ວໂລກ ເຊິ່ງສາມາດນໍາພາມະນຸດຊາດໄປສູ່ຄວາມພົ້ນໄດ້.
ພະເຢຊູໄດ້ຫຍັບເຂົ້າມາໃກ້ພວກເຂົາ ແລະ ກ່າວວ່າ “... ຈົ່ງໄປທົ່ວໂລກສັ່ງສອນຄົນທຸກຊາດ ທຸກພາສາ ໃຫ້ເປັນສາວົກຂອງເຮົາ ໃຫ້ເຂົາຮັບບັບຕິດສະມາໃນນາມຂອງພະບິດາ, ພະບຸດ, ແລະ ພະວິນຍານບໍລິສຸດ”. ມັດທາຍ 28:18-20
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ