ຫຼັງຈາກເພີດເພີນກັບທຸກສິ່ງ ທີ່ຜູ້ຄົນຂອງໂລກປາຖະໜາແລ້ວ, ໃນທີ່ສຸດ, ໂຊໂລໂມນ
ກໍໄດ້ສະຫຼຸບວ່າ ທຸກສິ່ງຢູ່ໃນໂລກນີ້ລ້ວນແຕ່ອະນິຈັງ, ເປັນການແລ່ນໄລ່ຕາມລົມ ແລະ
ມະນຸດຈະຕ້ອງຢໍາເກງພະເຈົ້າ ແລະ ເຊື່ອຟັງພະຄໍາຂອງພະອົງເພື່ອຈະໄດ້ຮັບພະພອນ.
ພະເຈົ້າຊົງອວຍພະພອນແກ່ຜູ້ທີ່ປະຕິບັດຕາມພະບັນຍັດຂອງພະອົງ ແລະ ຕັ້ງພວກເຂົາ
ໃຫ້ເປັນໃຫຍ່ກວ່າຊົນຊາດທັງໝົດ. ດັ່ງທີ່ກະສັດເຮເສກີຢາ ແລະ ໂຢຊີຢາ ຂອງຢູດາໃຕ້
ໄດ້ຮັບພະພອນສຳລັບການເຊື່ອຟັງພະຄຳຂອງພະເຈົ້າ, ຄິດສະຕະຈັກຂອງພະເຈົ້າ
ກໍໄດ້ຮັບການຍ້ອງຍໍ ແລະ ຍົກຍ້ອງໄປທົ່ວໂລກ ເຊິ່ງເປັນຜົນຈາກການປະຕິບັດຕາມ
ຄຳສັ່ງສອນຂອງພະຄິດ ພະອັນຊັງໂຮງ ແລະ ພະມານດາແຫ່ງສະຫວັນ.
“ຖ້າພວກເຈົ້າເຊື່ອຟັງພະຜູ້ເປັນເຈົ້າອົງເປັນພະເຈົ້າຂອງພວກເຈົ້າ ແລະ ປະຕິບັດຢ່າງສັດຊື່
ຕາມພະຄໍາສັ່ງທຸກຂໍ້ທີ່ຂ້າພະເຈົ້າ ພວມມອບໃຫ້ພວກເຈົ້າມື້ນີ້; ພະອົງຈະບັນດານໃຫ້
ພວກເຈົ້າເປັນໃຫຍ່ກວ່າຊົນຊາດອື່ນໆເທິງແຜ່ນດິນໂລກ. ຈົ່ງເຊື່ອຟັງພະຜູ້ເປັນເຈົ້າ
ອົງເປັນພະເຈົ້າຂອງພວກເຈົ້າ ແລະ ຄໍາອວຍພອນທັງໝົດເຫຼົ່ານີ້ກໍຈະເປັນຂອງພວກເຈົ້າ...
[ພະບັນຍັດສອງ 28:1-2]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ