ດັ່ງທີ່ອາດາມ ແລະ ເອວາໄດ້ເຮັດບາບເພາະວ່າ ພວກເຂົາໄດ້ລືມພະບັນຍັດຂອງພະເຈົ້າ
ທີ່ວ່າ “ເວັ້ນໄວ້ແຕ່ຕົ້ນທີ່ໃຫ້ຮູ້ຈັກດີ ແລະ ຮູ້ຈັກຊົ່ວ. ເຈົ້າຢ່າກິນໝາກໄມ້ໃນຕົ້ນນັ້ນ”,
ເມື່ອໃດກໍຕາມ, ທີ່ລືມພະບັນຍັດຂອງພະເຈົ້າ, ພວກເຮົາກໍຈະກະທໍາຄວາມບາບ ແລະ
ໄດ້ຮັບໄພພິບັດ. ແມ່ນແຕ່ໃນສະໄໝນີ້, ພະເຈົ້າກໍໄດ້ຊົງບອກວ່າ ໄພພິບັດຄັ້ງສຸດທ້າຍ
ຈະມາເພາະວ່າ ໂລກນີ້ໄດ້ລືມພະບັນຍັດຂອງພະເຈົ້າເຊັ່ນ ມື້ພະ ແລະ ປັດສະຄາແຫ່ງ
ຄໍາໝັ້ນສັນຍາໃໝ່ ແລະ ບໍ່ໄດ້ປະຕິບັດຕາມ.
ມະນຸດຊາດແມ່ນບັນດາຈິດວິນຍານ (ທູດສະຫວັນ) ທີ່ເຮັດບາບຢູ່ໃນສະຫວັນ ແລະ
ຖືກຖິ້ມລົງມາສູ່ໂລກນີ້. ພວກເຂົາສາມາດກັບຄືນສູ່ສະຫວັນໄດ້ ກໍຕໍ່ເມື່ອພວກເຂົາເຊື່ອຟັງ
ພະຄຳຂອງພະເຈົ້າ ໃນຂະນະທີ່ມີຊີວິດຢູ່ໃນໂລກນີ້. ເໝືອນດັ່ງກະສັດເຮເສກີຢາ ໄດ້ຮັບ
ພະພອນ ໂດຍການປະຕິບັດຕາມພະບັນຍັດ (ປັດສະຄາ) ຕາມພະຄຳຂອງພະເຈົ້າ,
ຄິດສະຕະຈັກຂອງພະເຈົ້າ ກໍເຊື່ອຟັງພະປະສົງຂອງພະເຈົ້າ ໂດຍການປະຕິບັດຕາມ
ພະບັນຍັດຂອງພະເຈົ້າຄື ຄໍາໝັ້ນສັນຍາໃໝ່.
ຈົ່ງໃຫ້ແນ່ໃຈວ່າ ພວກເຈົ້າບໍ່ລືມໄລພະຜູ້ເປັນເຈົ້າ ອົງເປັນພະເຈົ້າຂອງພວກເຈົ້າ;
ຢ່າລົ້ມເລີກທີ່ຈະເຊື່ອຟັງພະບັນຍັດ ເຊິ່ງຂ້າພະເຈົ້າໄດ້ມອບໃຫ້ແກ່ພວກເຈົ້າໃນມື້ນີ້.
[ພະບັນຍັດສອງ 8:11]
“ບໍ່ແມ່ນວ່າທຸກຄົນທີ່ເອີ້ນເຮົາວ່າ ‘ນາຍເຈົ້າຂ້າ ນາຍເຈົ້າຂ້າ’ ຈະເຂົ້າໄປໃນອານາຈັກ
ຂອງພະເຈົ້າ ເຂົ້າໄດ້ແຕ່ຜູ້ທີ່ປະຕິບັດຕາມພະບິດາຂອງເຮົາ ຜູ້ສະຖິດຢູ່ໃນສະຫວັນ
ຕ້ອງການໃຫ້ເຂົາປະຕິບັດຕາມເທົ່ານັ້ນ. ເມື່ອມື້ພິພາກສາມາເຖິງຫຼາຍຄົນຈະເວົ້າກັບເຮົາ
ວ່າ ‘ນາຍເຈົ້າຂ້າ ນາຍເຈົ້າຂ້າ! ໃນນາມຂອງພະອົງ ພວກຂ້າພະອົງໄດ້ປະກາດຖ້ອຍຄໍາ
ຂອງພະເຈົ້າ... ໄດ້ເຮັດການອັດສະຈັນຫຼາຍປະການ!’... ‘ເຮົາບໍ່ເຄີຍຮູ້ຈັກພວກເຈົ້າ.
ຖອຍໜີໄປຈາກເຮົາ ພວກເຈົ້າຄົນທີ່ເຮັດການຊົ່ວຮ້າຍ!’
[ມັດທາຍ 7:21–23]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ