ດັ່ງທີ່ພວກເຮົາຈຳເປັນໃບຢັ້ງຢືນ ແລະ ໃບອະນຸຍາດ ເພື່ອດຳເນີນຊີວິດໃນໂລກນີ້,
ດັ່ງນັ້ນ, ເພື່ອໄປສະຫວັນ ກໍ່ຈຳເປັນສິດທິພົນລະເມືອງແຫ່ງສະຫວັນ
ພະຄຳພີກ່າວວ່າ ຄຸນສົມບັດເພື່ອເຂົ້າສູ່ສະຫວັນນັ້ນ ແມ່ນປັດສະຄາ ແຫ່ງຄຳໝັ້ນສັນຍາໃໝ່.
ດັ່ງທີ່ພວກເຮົາເຊື່ອໂລກທີ່ເບິ່ງເຫັນ, ກໍ່ຕ້ອງເຊື່ອວ່າມີສະຫວັນ ຄືໂລກທີ່ເບິ່ງບໍ່ເຫັນດ້ວຍ.
ໂນອາໄດ້ເຊື່ອໃນພະຄຳຂອງພະເຈົ້າທີ່ວ່າ ຈະຊົງທຳລາຍໂລກນີ້ ດ້ວຍຝົນຕົກ ເຊິ່ງບໍ່ເຄີຍເຫັນມາກ່ອນ.
ສະມາຊິກຂອງຄິດສະຕະຈັກຕອນຕົ້ນ ບໍ່ໄດ້ສູນເສຍຄວາມຫວັງແຫ່ງສະຫວັນ ເຖິງແມ່ນວ່າ ຖືກຂົ່ມເຫັງ.
ພວກເຮົາຕ້ອງເຊື່ອໃນພະເຈົ້າ ພະບິດາອັນຊັງໂຮງ ແລະ ພະເຈົ້າພະມານດາ
ຜູ້ທີ່ໄດ້ຊົງສະເດັດມາເປັນ ພະວິນຍານ ແລະ ເຈົ້າສາວ ໃນສະໄໝນີ້
ແລະ ປະຕິບັດຕາມປັດສະຄາ ແຫ່ງຄໍາໝັ້ນສັນຍາໃໝ່ ເຊັ່ນດຽວກັນກັບ ອັກຄະທູດໂປໂລໄດ້ກະທໍາ.
ພວກເຮົາຈຶ່ງຈະສາມາດຮັບສິດທິພົນລະເມືອງແຫ່ງສະຫວັນ ໂດຍຜ່ານປັດສະຄາແຫ່ງຄຳໝັ້ນສັນຍາໃໝ່.
ມີຄວາມເຊື່ອ ແມ່ນມີຄວາມແນ່ໃຈ ໃນສິ່ງທີ່ເຮົາຫວັງໄວ້
ເປັນຄວາມເຊື່ອໝັ້ນຕາຍໃຈ ເຖິງສິ່ງທີ່ເຮົາບໍ່ເຫັນກັບຕາ.
ແມ່ນໂດຍຄວາມເຊື່ອຂອງພວກເຂົາ ທີ່ຄົນໃນສະໄໝໂບຮານ ເປັນທີ່ພໍໃຈພະເຈົ້າ...
ບໍ່ມີໃຜເປັນທີ່ພໍໃຈພະເຈົ້າໄດ້ ໂດຍບໍ່ມີຄວາມເຊື່ອ... [ເຮັບເລີ 11:1-6]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ