ພະເຈົ້າໄດ້ຊົງເນັ້ນຢໍ້າຊໍ້າແລ້ວຊໍ້າອີກແກ່ໂຢຊວຍ ໃຫ້ມີຄວາມກ້າຫານຢ່າງຍິ່ງ ເມື່ອລາວ
ໄປເຖິງໜ້າການາອານ ແລະ ສັ່ງໂຢນາ ໃຫ້ປະກາດພະຄຳຂອງພະເຈົ້າຢ່າງກ້າຫານ
ໃນເມືອງຫຼວງຂອງປະເທດຂອງສັດຕູ. ໃນເລື່ອງນີ້, ພວກເຮົາຕ້ອງການຄວາມກ້າຫານ
ຫຼາຍກວ່າສິ່ງອື່ນໃດ ໃນການປະກາດຂ່າວປະເສີດແຫ່ງຄໍາໝັ້ນສັນຍາໃໝ່ແກ່ທັງທົ່ວໂລກ.
ໂດຍເຊື່ອວ່າ ຂ່າວປະເສີດຂອງພະເຈົ້າ ຈະປ່ຽນຄວາມມືດໃຫ້ເປັນຄວາມສະຫວ່າງ ບໍ່ວ່າມັນຈະຖືກປະກາດໃນບ່ອນໃດກໍຕາມ, ບັນດາຜູ້ເຊື່ອຖືຂອງຄິດສະຕະຈັກຂອງພະເຈົ້າ
ທີ່ຈະສືບທອດການາອານຝ່າຍຈິດວິນຍານເປັນມໍລະດົກ ໄດ້ດໍາເນີນພາລະກິດຂອງໂຢຊວຍ
ແລະ ເໝືອນດັ່ງທີ່ໂຢນາ ໄດ້ເຮັດ, ພວກເຂົາໄດ້ປະກາດຂ່າວດີແຫ່ງຄວາມພົ້ນຂອງພະຄິດ
ພະອັນຊັງໂຮງ ແລະ ພະເຈົ້າພະມານດາ ແກ່ທັງທົ່ວໂລກຢ່າງກ້າຫານ.
ສະນັ້ນ ຈົ່ງມີໃຈເດັດດ່ຽວ (ຈົ່ງເຂັ້ມແຂງ, TH1971) ແລະ ກ້າຫານ ເພາະເຈົ້າຈະເປັນ
ຜູ້ນໍາພາປະຊາຊົນເຫຼົ່ານີ້ເຂົ້າໄປຍຶດຄອງດິນແດນ ເຊິ່ງເຮົາໄດ້ສັນຍາວ່າ ຈະມອບໃຫ້ແກ່
ປູ່ຍ່າຕາຍາຍຂອງພວກເຂົາ. ຈົ່ງມີໃຈເດັດດ່ຽວ (ຈົ່ງເຂັ້ມແຂງ, TH1971) ແລະ ກ້າຫານ
ແລະ ໃຫ້ແນ່ໃຈວ່າ ເຈົ້າເຊື່ອຟັງບັນຍັດທຸກຂໍ້ຂອງເຮົາ ທີ່ໂມເຊ ຜູ້ຮັບໃຊ້ຂອງເຮົາໄດ້ມອບ
ໃຫ້ແກ່ເຈົ້າ. ຢ່າປະຖິ້ມຂໍ້ໃດຂໍ້ໜຶ່ງ ແລະ ເຈົ້າຈະໄດ້ປະສົບຄວາມສໍາເລັດໃນທຸກບ່ອນທີ່ເຈົ້າໄປ.
[ໂຢຊວຍ 1:6-7]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ