ພະເຈົ້າຊົງໃຫ້ມະນຸດຊາດ ຜູ້ທີ່ໄດ້ເຮັດບາບຢູ່ໃນສະຫວັນ ແລະ ຖືກຂັບໄລ່ມາສູ່ແຜ່ນດິນໂລກ ຄືເມືອງລີ້ໄພ ມີໂອກາດທີ່ຈະໄດ້ຮັບການອະໄພບາບ ແລະ ກັບຄືນສູ່ອານາຈັກສະຫວັນ ໂດຍຜ່ານພະຂໍ້ຄໍາສັ່ງຂອງພະອົງ.
ໃນທາງກົງກັນຂ້າມ, ການພິພາກສາຂອງພະເຈົ້າຈະມາເຖິງຜູ້ທີ່ໄດ້ຝ່າຝືນ ແລະ ໝິ່ນປະໝາດຄໍາໝັ້ນສັນຍານີ້.
ພຽງແຕ່ໂດຍພະຄຸນຂອງພະເຈົ້າເທົ່ານັ້ນ, ມະນຸດຊາດ ຜູ້ທີ່ຖືກກໍານົດໃຫ້ຕາຍຍ້ອນຄວາມບາບຂອງພວກເຂົາ ຈຶ່ງຈະສາມາດຮັບຊີວິດນິລັນໄດ້.
ເມື່ອພະເຈົ້າຊົງສັ່ງສອນມະນຸດຊາດເຖິງຫົນທາງແຫ່ງຊີວິດ ໃນສະໄໝພະບິດາ, ສະໄໝພະບຸດ ແລະ ສະໄໝພະວິນຍານບໍລິສຸດ, ບັນດາຜູ້ທີ່ເຂົ້າມາສູ່ສີໂອນ ແລະ ປະຕິບັດຕາມປັດສະຄາແຫ່ງຊີວິດ ໂດຍເຊື່ອຟັງພະຄໍາຂອງພະອົງຈະຖືກຊ່ວຍໃຫ້ພົ້ນ, ແຕ່ບັນດາຜູ້ທີ່ບໍ່ເຊື່ອ ແລະ ບໍ່ປະຕິບັດຕາມພະຄໍາຂອງພະອົງຈະຖືກລົງໂທດ ໃນທີ່ສຸດ.
ດ້ວຍວ່າຄ່າຈ້າງຂອງບາບຄືຄວາມຕາຍ; ແຕ່ຂອງປະທານໃຫ້ທີ່ບໍ່ຄິດຄ່າຈາກພະເຈົ້າ
ຄືຊີວິດອັນຕະຫຼອດໄປເປັນນິດ ໃນພະເຢຊູຄິດເຈົ້າຂອງພວກເຮົາ.
[ໂລມ 6:23]
ເລື່ອງນີ້ແມ່ນຮຽກຮ້ອງປະຊາຊົນຂອງພະເຈົ້າ ໃຫ້ມີຄວາມອົດທົນຫຼາຍຄື: ພວກທີ່ປະຕິບັດຕາມບັນຍັດຂອງພະເຈົ້າ ແລະ ພວກທີ່ສັດຊື່ຕໍ່ພະເຢຊູ.
[ພະນິມິດ 14:12]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ