ເຊັ່ນດຽວກັນກັບທີ່ພະເຈົ້າຊົງມີພະປະສົງອັນຍິ່ງໃຫຍ່ ທີ່ຈະອວຍພະພອນຊາວອິດສະລາເອນໃນບັ້ນປາຍ ຫຼັງຈາກ 40 ປີໃນຖິ່ນແຫ້ງແລ້ງກັນດານ, ໃນປັດຈຸບັນນີ້, ພະເຈົ້າອາດຈະຊົງວາງຄວາມຍາກລໍາບາກ ແລະ ອຸປະສັກໄວ້ໃນທາງແຫ່ງຄວາມເຊື່ອຂອງພວກເຮົາ ແຕ່ພະປະສົງສູງສຸດຂອງພະອົງ ແມ່ນເພື່ອເຮັດໃຫ້ຈິດວິນຍານຂອງພວກເຮົາສົມບູນແບບ ແລະ ປະທານພະພອນແຫ່ງອານາຈັກສະຫວັນແກ່ພວກເຮົາ.
ໂລກເປັນຄຸກຝ່າຍຈິດວິນຍານ ບ່ອນທີ່ບັນດາທູດສະຫວັນ ຜູ້ທີ່ໄດ້ເຮັດບາບອັນຮ້າຍແຮງຖືກຂັບໄລ່ລົງມາອາໄສຢູ່. ນັ້ນຈຶ່ງເປັນເຫດຜົນທີ່ວ່າ ຢູ່ໃນໂລກນີ້ ຊ່ວງເວລາແຫ່ງຄວາມເຈັບປວດ ແລະ ຄວາມທຸກທໍລະມານເກີດຂຶ້ນເລື້ອຍໆຫຼາຍກວ່າສັນຕິສຸກ ແລະ ຄວາມສຸກ. ເພື່ອລົບລ້າງບາບເຫຼົ່ານີ້ຂອງມະນຸດ, ພະເຈົ້າໄດ້ຫຼັ່ງໄຫຼພະໂລຫິດຂອງພະອົງທີ່ໄມ້ກາງແຂນ ແລະ ໄດ້ຊົງເປີດທາງໃຫ້ແກ່ພວກເຮົາກັບຄືນສູ່ອານາຈັກສະຫວັນ ໂດຍຜ່ານປັດສະຄາແຫ່ງຄໍາໝັ້ນສັນຍາໃໝ່ ເຊິ່ງເປັນຫົນທາງໄປສູ່ການໄດ້ຮັບການອະໄພບາບ.
ໃນຖິ່ນແຫ້ງແລ້ງກັນດານນັ້ນ ພະອົງໄດ້ໃຫ້ມານາແກ່ພວກເຈົ້າກິນ ຄືອາຫານທີ່ປູ່ຍ່າຕາຍາຍຂອງພວກເຈົ້າບໍ່ເຄີຍກິນ. ພະອົງໄດ້ໃຫ້ພວກເຈົ້າຖືກຄວາມທຸກລໍາບາກ ເພື່ອທົດສອບພວກເຈົ້າ ເພື່ອວ່າໃນບັ້ນປາຍພະອົງຈະອວຍພອນພວກເຈົ້າດ້ວຍສິ່ງທີ່ດີ. [ພະບັນຍັດສອງ 8:16]
“ບຸດມະນຸດໄດ້ມາເພື່ອຊອກຫາ ແລະ ໂຜດເອົາຄົນທີ່ເສຍໄປໃຫ້ພົ້ນ.” [ລູກາ 19:10]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ