ຖ້າພວກເຮົາບໍ່ເຂົ້າໃຈເຖິງແຜນແຫ່ງຄວາມພົ້ນຂອງພະເຈົ້າຢ່າງທ່ອງແທ້ ແລະ ພະຍາຍາມເຮັດຕາມຄວາມປະສົງຂອງເຮົາເອງ, ພວກເຮົາກໍຈະບໍ່ສາມາດເຂົ້າໄປໃນການາອານແຫ່ງສະຫວັນໄດ້ ເໝືອນດັ່ງຊາວ
ອິດສະລາເອນທີ່ຖືກທຳລາຍໃນຖິ່ນແຫ້ງແລ້ງກັນດານ.
ເຫດຜົນພະທີ່ຄຳພີເອີ້ນໂນອາ, ອັບລາຮາມ, ໂມເຊ ແລະ ໂຢຊວຍ ວ່າເປັນບັນພະບຸລຸດແຫ່ງຄວາມເຊື່ອ
ກໍເພາະພວກເຂົາເຊື່ອໃນແຜນການແຫ່ງຄວາມພົ້ນຂອງພະເຈົ້າ ແລະ ເຮັດຕາມແຜນການນັ້ນເທົ່ານັ້ນ.
ຂ່າວປະເສີດແຫ່ງຄໍາໝັ້ນສັນຍາໃໝ່ຂອງຄິດສະຕະຈັກຂອງພະເຈົ້າ ໄດ້ເລີ່ມຕົ້ນເມື່ອເປັນຄິດສະຕະຈັກນ້ອຍໆ ເໝືອນດັ່ງຫ້ອງຊັ້ນເທິງຂອງ ມາລະໂກ. ແຕ່ຕາມແຜນການແຫ່ງຄວາມພົ້ນສໍາລັບມະນຸດ ທີ່ພະເຈົ້າ ໄດ້ຊົງສ້າງຂຶ້ນຕັ້ງແຕ່ຕອນເລີ່ມຕົ້ນນັ້ນ, ມັນໄດ້ຖືກປະກາດໄປທົ່ວໂລກ ລວມທັງອາລາສ໌ກ້າ ແລະ ເຊີຕຸງ ໃນຫິມະໄລ.
(ຜູ້ແຈ້ງຕອນຈົບໃຫ້ຮູ້ຕັ້ງແຕ່ເລີ່ມຕົ້ນ ແລະ ແຈ້ງເຖິງສິ່ງທີ່ຍັງບໍ່ໄດ້ເຮັດເລີຍ ໃຫ້ຮູ້ຕັ້ງແຕ່ສະໄໝບູຮານ, TH1971) ເຮົາບອກວ່າ ແຜນການຂອງເຮົາບໍ່ເຄີຍລົ້ມເຫຼວ ເຮົາເຮັດທຸກໆສິ່ງຕາມທີ່ເຮົາຢາກເຮັດ...
ຕາມເຮົາໄດ້ວາງແຜນ ເຮົາກ່າວໄວ້ຢ່າງໃດກໍຈະເກີດຂຶ້ນຢ່າງນັ້ນ.
[ເອຊາຢາ 46:10-11]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ