ພະຄໍາພີທໍານວາຍວ່າ ພະເຈົ້າຊົງສ້າງຕັ້ງກຸງເຢລູຊາເລັມຂຶ້ນໃນໂລກນີ້ເປັນເງົາ ເພື່ອເປີດເຜີຍໃຫ້ພວກເຮົາຮູ້ເຖິງຕົວຈິງ ຄືເຢລູຊາເລັມຝ່າຍຈິດວິນຍານ ຜູ້ຊົງເປັນພະມານດາແຫ່ງສະຫວັນ. ສະນັ້ນ, ເບື້ອງຫຼັງຄວາມສໍາຄັນ ທີ່ຜູ້ຄົນຢ່າງຫຼວງຫຼາຍໄດ້ເດີນທາງໄປກຸງເຢລູຊາເລັມ ແມ່ນສິ່ງທີ່ບົ່ງບອກວ່າ ພວກເຮົາຕ້ອງເຂົ້າມາສູ່ເຢລູຊາເລັມ ເຊິ່ງກໍຄື ພະເຈົ້າພະມານດາ.
ມີຜູ້ປະກາດພະຄໍາຫຼາຍຄົນໄດ້ທໍານວາຍວ່າ ພວກເຮົາຕ້ອງກັບຄືນໄປຫາ ພະມານດາ ເຢລູຊາເລັມ ເພື່ອຮັບຄວາມພົ້ນ ແລະ ພະຄິດ ພະອັນຊັງໂຮງຍັງໄດ້ຊົງກ່າວວ່າ “ຂ້ອຍຕິດຕາມພະມານດາ” ສະນັ້ນ, ຖ້າພວກທ່ານໄດ້ອ່ານ ແລະ ໄດ້ຍິນຖ້ອຍຄໍາເຫຼົ່ານີ້, ພວກທ່ານຕ້ອງມາຫາພະເຈົ້າພະມານດາ ຕາມຄໍາສອນເຫຼົ່ານີ້ ເພື່ອຈະໄດ້ຮັບພະພອນຈາກພະເຈົ້າ.
ແຕ່ກຸງເຢລູຊາເລັມທີ່ເທິງຊັ້ນຟ້ານັ້ນເປັນອິດສະຫຼະ ແລະ ນາງກໍເປັນແມ່ຂອງພວກເຮົາ.
[ຄາລາເຕຍ 4:26]
ແລ້ວພະວິນຍານ ແລະ ເຈົ້າສາວກໍກ່າວວ່າ “ມາເທາະ!” ທຸກໆຄົນທີ່ຍິນເລື່ອງນີ້ກໍຕ້ອງເວົ້າຄືກັນວ່າ “ມາເທາະ!” ຈົ່ງມາເທາະ ຜູ້ໃດກໍຕາມທີ່ຫິວນໍ້າ; ຈົ່ງຮັບເອົານໍ້າແຫ່ງຊີວິດໄປດື່ມໂດຍບໍ່ຕ້ອງເສຍຄ່າ.
[ພະນິມິດ 22:17]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ